ຊົມເຊີຍນະຄອນຫລວງວຽງຈັນເຫັນໄດ້ຄວາມສຳຄັນ ຂອງການວາງແຜນພັດທະນາຕົວເມືອງໃຫ້ສົມບູນແບບ

ໂດຍ: ທ່ຽງທຳ
ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍຄົນກໍອາດຈະດີໃຈເມື່ອເຫັນອົງການປົກຄອງນະຄອນຫລວງວຽງຈັນໄດ້ມີປະຊຸມຮ່ວມກັບຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອມີແຜນປັບປຸງແຜນຜັງພັດທະນາຕົວເມືອງຫລວງໃຫ້ມີຄວາມລະອຽດຊັດເຈນແທດເໝາະກັບສະພາບຄວາມເປັນຈິງ, ພ້ອມຈະເລັ່ງປັບປຸງຂອດບໍລິຫານຕົວເມືອງໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ນັບທັງຂອດຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດງົດງາມຂອງຕົວເມືອງໃຫ້ໄດ້ຕາມຄຳຂວັນ 6ສ ວາງໄວ້ຄື: ສ.ສະອາດ, ສ.ສະຫງົບ, ສ.ສີຂຽວ, ສ.ສະຫວ່າງ, ສ.ສະເໜ່ ແລະ ສ.ສີວິໄລ ນັ້ນປາກົດຜົນເປັນຈິງ ພາຍຫລັງເຫັນວ່າມີຫລາຍອັນທີ່ນະຄອນຫລວງເຮົາຍັງເຮັດບໍ່ໄດ້ ໂດຍສະເພາະການພັດທະນາຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ ແລະ ຕຶກອາຄານຕ່າງໆຢ່າງຂາດການວາງແຜນ, ຜູ້ມີເງື່ອນໄຂກໍເຮັດໃຫຍ່ເຮັດສູງເກີນກຳນົດຂອບເຂດ, ຜູ້ບໍ່ມີເງື່ອນໄຂກໍປະປ່ອຍໃຫ້ເປັນໄປຕາມມີຕາມເກີດ ແລະ ສິ່ງຮ້າຍແຮງທີ່ສຸດແມ່ນຍັງຂາດການປົກປັກຮັກສາອັນເກົ່າ, ອັນເປັນປະຫວັດສາດ ມີບາງບ່ອນກໍມ້າງໄປເປັນແນວອື່ນ, ກະທັ້ງຮອດການອອກແບບອາຄານລະດັບໃຫຍ່ຕ່າງໆກໍຍັງບໍ່ທັນແທດເໝາະກັບວັດທະນະທຳລາວປານໃດ, ສ່ວນຖະໜົນຫົນທາງກໍເອົາແຕ່ຈະເຮັດ ເຊິ່ງຂາດຄຸນນະພາບ, ນຳໃຊ້ບໍ່ຮອດໃສກໍເປ່ເພໄປແລ້ວ ແລະ ຂາດການວາງແຜນ ເພື່ອຮອງຮັບການເພີ່ມຂຶ້ນຂອງປະຊາກອນ, ລົດລາພາຫະນະ. ກໍດັ່ງເຮົາເຫັນໃນປັດຈຸບັນ ທຸກມື້ຢູ່ຫລາຍເສັ້ນທາງມີສະພາບລົດຕິດແອອັດເປັນສາຍຍາວຢຽດ, ສະພາບອຸປະຕິເຫດກໍບໍ່ມີວີ່ແວວວ່າຈະຫລຸດຜ່ອນລົງ. ນີ້ກໍເນື່ອງມາຈາກສະພາບການສັນຈອນແອອັດ ແລະ ຖະໜົນຫົນທາງຄັບແຄບທີ່ບໍ່ສາມາດຮອງຮັບປະລິມານການຈະລາຈອນໃນຕົວເມືອງໄດ້ ແລະ ມັນເຖິງເວລາແລ້ວທີ່ນະຄອນຫລວງວຽງຈັນຈະຕ້ອງໄດ້ຄຳນຶງເຖິງການວາງແຜນດັ່ງກ່າວ ແລະ ກໍຂໍໃຫ້ສິ່ງນັ້ນປາກົດຜົນເປັນຈິງໂດຍໄວ.