ແຈ້ງປະມູນ ພາຫະນະ, ອາຄານໂຮງງານ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດຕ່າງໆ ຂອງໂຄງການສໍາຫລວດ ແຮ່ບໍ່ກົ່ວ, ຊືນ, ສັງກະສີ ແລະ ແຮ່ເງິນ ຢູ່ເຂດບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ ມູນຄ່າ 5.000.000 ກີບ/ຊອງ

ຫ້ອງການກະຊວງການເງິນ ແຈ້ງໃຫ້ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນ ຊັບສົມບັດເກົ່າແກ່ ເຊັ່ນ: ພາຫະນະ, ອາຄານໂຮງງານ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດຕ່າງໆ ຂອງໂຄງການສໍາຫລວດ ແຮ່ບໍ່ກົ່ວ, ຊືນ, ສັງກະສີ ແລະ ແຮ່ເງິນ ຢູ່ເຂດບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ ໃນລາຄາຂາຍຊອງປະມູນປະເພດພາຫະນະ, ອາຄານໂຮງງານ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ ການຜະລິດຕ່າງໆ ມູນຄ່າ 5.000.000 ກີບ/ຊອງ.
ຜູ້ທີ່ຊື້ຊອງເຂົ້າຮ່ວມການປະມູນສາມາດໄປເບິ່ງຊັບສົມບັດຕົວຈິງໄດ້ ທີ່ໂຄງການສໍາຫລວດແຮ່ບໍ່ກົ່ວ, ຊືນ, ສັງກະສີ ແລະ ແຮ່ເງິນ ຢູ່ເຂດບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ.
ສະນັ້ນ, ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມ ການປະມູນແຂ່ງຂັນລາຄາສາມາດຕິດຕໍ່ຂໍລາຍລະອຽດເພີ່ມເຕີມ ແລະ ຊື້ຊອງປະມູນໄດ້ທີ່ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ ສໍາລັບການຂາຍຊອງປະມູນ ແມ່ນເລີ່ມແຕ່ວັນທີ 22-29 ມີນາ 2024 ໃນວັນລັດຖະການ. ສຳລັບການເປີດຊອງປະມູນແມ່ນວັນທີ 2 ເມສາ 2024 ເວລາ 10:00 ໂມງ ທີ່ຫ້ອງປະຊຸມຊັ້ນ 4 ຕຶກ B ກະຊວງການເງິນ.