ຕາແຫ້ງ ສັນຍານອັນຕະລາຍເຖິງຂັ້ນຕາບອດໄດ້


ທ່ານໃດທີ່ໃສ່ຄອນແທັກເລນເປັນປະຈຳ ອາດລຶ້ງເຄີຍກັບອາການຕາແຫ້ງເປັນຢ່າງດີ ບໍ່ວ່າຈະແມ່ນຄອນແທັກເລນຍີ່ຫໍ້ດີປານໃດ ລາຄາແພງປານໃດ ອາການຕາແຫ້ງກໍອາດມາຢ້ຽມຢາມທຸກເທື່ອທີ່ທ່ານໃສ່ຄອນແທັກເລນໄດ້, ແຕ່ອາການຕາແຫ້ງບໍ່ໄດ້ເກີດຂຶ້ນສະເພາະກັບແມ່ຍິງເທົ່ານັ້ນ ຜູ້ຊາຍຫລາຍຄົນກໍອາດມີບັນຫາຕາແຫ້ງໄດ້ຄືກັນ ຢ່າເມົາແຕ່ສີຕາແລ້ວເຮັດວຽກຕໍ່ ເພາະອາດສວາຍເກີນແກ້ຈົນຕ້ອງເຂົ້າຮັບການຜ່າຕັດກໍມີ.
ສາເຫດຂອງອາການຕາແຫ້ງມີດ້ວຍກັນຫລາຍສາເຫດ ບາງຄົນອາດມາຈາກກຳມະພັນທີ່ເປັນຄົນຕາແຫ້ງ, ນຳ້ໃນຕາແຫ້ງກ່ວາປົກກະຕິຢູ່ແລ້ວ ຫລື ອາດເກີດຈາກ :
– ຕ່ອມນຳ້ຕາເສື່ອມ.
– ຮໍໂມນໃນຮ່າງກາຍບໍ່ດຸ່ນດ່ຽງ.
– ການໃສ່ຄອນແທັກເລນທີ່ບໍ່ເໝາະສົມ, ບໍ່ໄດ້ມາດຕະຖານ, ຄ່າອົມນຳ້ບໍ່ພຽງພໍ ຫລື ໃສ່ຄອນແທັກເລນຕິດຕໍ່ກັນດົນເກີນ 6 – 8 ຊົ່ວ ໂມງ.
– ມີອາການພູມແພ້ຢູ່ຕາ ໂດຍອາດເກີດຈາກຂີ້ຝຸ່ນ, ຄວັນ, ອາກາດພາຍນອກທີ່ແຫ້ງ, ເຢັນ ແລະ ອື່ນໆ.
– ການຈ້ອງໜ້າຈໍຄອມພິວເຕີ ແລະ ສະມາດໂຟນຫລາຍເກີນໄປ.
– ການໃຊ້ຢາບາງປະເພດທີ່ສົ່ງຜົນຂ້າງຄຽງເຮັດໃຫ້ຕາແຫ້ງ ເຊັ່ນ : ຢາຄຸມກຳເນີດ, ຢາແກ້ແພ້, ຢາຕ້າອາການຊຶມເສົ້າ, ຢາຫລຸດຄວາມດັນເລືອດບາງປະເພດ ເປັນຕົ້ນ.
ອັນຕະລາຍຈາກການປ່ອຍໃຫ້ດວງຕາແຫ້ງດົນໆອາດກໍ່ໃຫ້ເກີດອາການເປືອກຕາອັກເສບ, ເປືອກຕາເຄັ່ງ ຈົນເຮັດໃຫ້ຂົນຕາແທງຕາ ເມື່ອຂົນຕາແທງຕາຫລາຍໆອາດເຮັດໃຫ້ແກ້ວຕາເປັນບາດແຜ ມີອາການເຄືອງຕາ ຈົນໃນທີ່ສຸດອາດຕ້ອງເຂົ້າຮັບການຜ່າຕັດ ຫລື ຮ້າຍໄປກ່ວານັ້ນ ບາງຄົນທີ່ມີອາການຕາແຫ້ງຫລາຍອາດຮຸນແຮງ ຈົນເຖິງຂັ້ນຕາບອດໄດ້ຄືກັນ.
– ວິທີປ້ອງກັນດວງຕາບໍ່ໃຫ້ຕາແຫ້ງ :
- ຫາກຮູ້ສຶກວ່າຕາແຫ້ງ ຄວນຢອດນຳ້ຕາທຽມເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ກັບດວງຕາ.
- ຫາກມີອາການລະຄາຍເຄືອງ ຫລື ຮູ້ສຶກເຖິງຂີ້ຝຸ່ນທີ່ເຂົ້າຕາ ອາດເຮັດຄວາມສະອາດດວງຕາດ້ວຍນຳ້ຢາພິເສດທີ່ໃຊ້ກັບ ດວງຕາເທົ່ານັ້ນເພື່ອກຳຈັດເຊື້ອພະຍາດ ສິ່ງເປິເປື້ອນແປກປອມທີ່ຢູ່ບໍລິເວນອ້ອມຮອບດວງຕາ.
- ຫາກເປັນຄົນທີ່ຕາແຫ້ງຢູ່ແລ້ວ ນອກຈາກການພົກພານຳ້ຕາທຽມຕິດໂຕສະເໝີແລ້ວ ອາດປະຄົບດວງຕາດ້ວຍນຳ້ອຸ່ນໃນອຸນຫະພູມ 41 – 43 ອົງສາ ເພື່ອຊ່ວຍກະຕຸ້ນການເຮັດວຽກຂອງຕ່ອມນຳ້ຕາໄດ້.
4. ຫລຸດການຈ້ອງໜ້າຈໍຄອມພິວເຕີ, ສະມາດໂຟນ ແລະ ອຸປະກອນເອເລັກໂຕຣນິກອື່ນໆດົນເກີນໄປ ຄວນພັກຜ່ອນສາຍຕາປະມານ 2 – 3 ນາທີ ທຸກໆ 1 ຊົ່ວໂມງ.
5. ເລືອກໃຊ້ຄອນແທັກເລນທີ່ມີຄ່າອົມນຳ້ສູງ (ເກີນ 50% ໄດ້ຍິ່ງດີ) ບໍ່ຄວນໃສ່ຄອນແທັກເລນຕິດຕໍ່ກັນດົນເກີນ 6 – 8 ຊົ່ວໂມງຕໍ່ມື້ ແລະ ຢ່າລືມເຮັດຄວາມສະອາດ ແລະ ແຊ່ຄອນແທັກເລນໃນນຳ້ຢາທີ່ຊ່ວຍກຳຈັດຄາບໂປຣຕິນ ໃຫ້ຄວາມຊຸ່ມຊື່ນແກ່ຄອນແທັກເລນ.