ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - 434170831 953939213086202 4434918397767774285 n - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024
ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - kitchen vibe - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024

ວັນທີ 26 ມີນາ 2024 ນີ້ ທີ່ ຫໍສະພາແຫ່ງຊາດລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024.

ໃນໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານທີ່ປຶກສາສູງສຸດຂອງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມທັງຝາກຄໍາເຊື້ອເຊີນໄປຍັງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ. ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະມາຊິກສະພາສູງ ສະໄໝທີ V ຊຶ່ງພັກປະຊາຊົນ ກໍາປູເຈຍ ສາມາດຍາດໄດ້ໄຊຊະນະທີ່ນັ່ງໃນສະພາຈໍານວນຫຼວງຫຼາຍ.

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024
ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024

ພ້ອມນັ້ນ, ທ່ານ ປະທານປະເທດ ກໍໄດ້ຊົມເຊີຍຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ ແມ່ນສາມາດຕົກລົງຫຼາຍບັນຫາຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍໃນຕໍ່ໜ້າ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຖາວອນ ລາວ-ກຳປູເຈຍ ທີ່ສາມາດບັນລຸໄດ້ 86% ຂອງເສັ້ນຊາຍແດນທັງໝົດ ແລະ ເຫັນດີຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືຮ່ວມກັນໃນການແກ້ໄຂບໍລິເວນຄົງຄ້າງໃຫ້ສຳເລັດ ບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງດ້ວຍກັນ ແລະ ເພີ່ມທະວີການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ແນໃສ່ສ້າງຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ການຮ່ວມມື. ພ້ອມດຽວກັນນີ້, ທ່ານ ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືໃນການພັດທະນາເສັ້ນທາງ ຄົມມະນາຄົມຂົນສົ່ງ ແລະ ການເຊື່ອມໂຍງ ເຊື່ອມຈອດ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ພາກທຸລະກິດຂອງສອງປະເທດ ໃນການແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນໍາກັນຕື່ມໃນຕໍ່ໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ໂດຍສະເພາະການຮ່ວມມືດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອເພີ່ມທະວີການຮ່ວມມືສອງປະເທດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ໃນຕອນທ້າຍ, ທ່ານປະທານປະເທດ ໄດ້ອວຍພອນໃຫ້ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ອວຍໄຊໃຫ້ພອນຕໍ່ສົມເດັດ ແລະ ຄະນະເດີນທາງກັບບ້ານດ້ວຍຄວາມສະຫວັດດີພາບ.

ໃນຂະນະດຽວກັນ, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄໍາເຊື້ອເຊີນ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຖິງ ທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ໃນເວລາອັນເໝາະສົມ. ພ້ອມກັນນີ້, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ຍັງໄດ້ສະແດງຄວາມ     ໝາຍໝັ້ນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ, ຈະຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ກຳປູເຈຍ-ລາວ, ອວຍພອນໃຫ້ສາຍພົວພັນອັນດີງາມຂອງສອງປະເທດ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - 434356283 953939203086203 1094926623784206907 n 1024x731 - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - 3 - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024
ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - 4 - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024
ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024 - 5 - ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກຳປູເຈຍ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 25-26 ມີນາ 2024