ຜົ້ງສາລີທຳລາຍອາວຸດລ່າເນື້ອເປັນຈຳນວນຫລາຍ
October 12, 2017 - 10:13 AM


ເມື່ອບໍ່ດົນມານີ້, ກອງບັນຊາ ການ ປກສ ແຂວງຜົ້ງສາລີ, ໄດ້ ຈູດທຳລາຍອາວຸດລ່າເນື້ອປະ ເພດປືນແກັບ ແລະ ປືນດັດແປງ ຫລາຍກວ່າ 640 ກະບອກທີ່ ເກັບກູ້ໄດ້ຈາກ ປະຊາຊົນ ຢູ່ເມືອງບຸນເໜືອ ແລະ ເມືອງຜົ້ງສາລີ, ເຊິ່ງອາວຸດດັ່ງກ່າວແມ່ນປະ ຊາຊົນໄດ້ມີການລັກລອບຜະລິດ, ດັດແປງເພື່ອນຳໃຊ້ບໍ່ຖືກຕ້ອງ ຕາມ ລະບຽບກົດໝາຍເປັນ ຕົ້ນ: ການ ລ່າເນື້ອ, ປຸ້ນຈີ້-ຊີງຊັບ ແລະ ອື່ນໆ.
+ ປກສ ກຸ່ມເພຍວັດຈັບໂຈນດຶງກະເປົາ
+ ປກສ ເມືອງໄຊເສດຖາສົ່ງກຳລັງລົງກວາດລ້າງແກ້ງຄ້າຂາຍຢາເສບຕິດ.
ໃນໂອກາດນີ້, ທ່ານຮອງ ກອງບັນຊາການ ປກສ ແຂວງ ພັນໂທ ສີວົງໄຊ ວິໄລໄຟ ໄດ້ຮຽກ ຮ້ອງມາຍັງພໍ່ແມ່ປະຊາຊົນ, ຜູ້ທີ່ ຍັງມີອາວຸດປະເພດເກືອດຫ້າມດັ່ງກ່າວ, ຈົ່ງນຳເອົາອາວຸດ ມາ ມອບຕໍ່ເຈົ້າໜ້າທີ່ ເພື່ອເຮັດໃຫ້ ທົ່ວແຂວງມີຄວາມສະຫງົບ ແລະ ບໍ່ມີສິ່ງບໍ່ດີເກີດຂຶ້ນ.

