ສະຫະປະຊາຊາດຊີ້ ສະຖານະການຢູ່ເຮຕິຢູ່ໃນລະດັບ ຫາຍະນະ

ສະຫະປະຊາຊາດ (UN) ລະບຸວ່າ: ສະຖານະການຢູ່ເຮຕິ ເຊິ່ງເຕັມໄປດ້ວຍຄວາມວຸ້ນວາຍ ຢູ່ໃນຂັ້ນຫາຍະນະ ໂດຍໃນປີນີ້ມີຜູ້ເສຍຊີວິດຈາກຄວາມຮຸນແຮງຂອງແກ້ງອາດຊະຍາກໍາແລ້ວຫລາຍກວ່າ 1.500 ຄົນ ພ້ອມປະນາມວ່າ: ອາວຸດຍັງຫລັ່ງໄຫລເຂົ້າສູ່ປະເທດຢ່າງຕໍ່ເນື່ອງ.
ວັນທີ 29 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານຂ້າຫລວງໃຫຍ່ສິດທິມະນຸດແຫ່ງສະຫະປະຊາຊາດ (OHCHR) ໃຫ້ລາຍລະອຽດໃນລາຍງານສະບັບໃໝ່ວ່າ: ການສໍ້ລາດບັງຫລວງ, ການຍົກເວັ້ນໂທດ ແລະ ທໍາມະພິບານທີ່ບໍ່ດີ ບວກກັບລະດັບຄວາມຮຸນແຮງຂອງແກ້ງອາດຊະຍາກໍາທີ່ເພີ່ມຂຶ້ນ ເປັນສິ່ງທໍາລາຍຫລັກນິຕິທໍາ ຕະຫລອດຈົນເຮັດໃຫ້ສະຖາບັນຂອງລັດເກືອບລົ້ມສະຫລາຍ ແລະ ສົ່ງຜົນເຮັດໃຫ້ເຮຕິຕົກຢູ່ໃນສະຖານະການທີ່ເປັນຫາຍະນະ.
ເຮຕິທີ່ທຸກຍາກ ເຊິ່ງຜະເຊີນຄວາມຮຸນແຮງມາຍາວນານ ໄດ້ຮັບຜົນກະທົບຢ່າງໜັກຈາກການປະທະທີ່ເພີ່ມຂຶ້ນ ນັບແຕ່ທ້າຍເດືອນກຸມພາຜ່ານມາ ເມື່ອແກ້ງອາດຊະຍາກໍາຢູ່ເຮຕິລຸກຮືຂຶ້ນກໍ່ຄວາມວຸ້ນວາຍ ແລະ ຍື່ນຄໍາຂາດໃຫ້ທ່ານ ອາເຣຍ ອ໊ອງຣີ ລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີ ທີ່ຖືເປັນຜູ້ນໍາຮັກສາການ ເຖິງວ່າທ່ານ ອ໊ອງຣີ ຍອມລາອອກ ແຕ່ມາຮອດຕອນນີ້ຍັງບໍ່ມີຄວາມຊັດເຈນກ່ຽວກັບສະຖານະຂອງທ່ານ ແລະ ການຈັດຕັ້ງລັດຖະບານປ່ຽນຜ່ານແຕ່ຢ່າງໃດ.
OHCHR ລະບຸວ່າ: ຄວາມຮຸນແຮງຂອງແກ້ງອາດຊະຍາກໍາເຮັດໃຫ້ມີຜູ້ເສຍຊີວິດ 4.451 ຄົນ ແລະ ບາດເຈັບອີກ 1.668 ຄົນ ໃນປີຜ່ານມາ, ສ່ວນໄລຍະ 3 ເດືອນທໍາອິດຂອງປີນີ້ ມີຜູ້ເສຍຊີວິດປະມານ 1.554 ຄົນ ແລະ ໄດ້ຮັບບາດເຈັບປະມານ 826 ຄົນ.
ທັງນີ້, ລາຍງານດັ່ງກ່າວລະບຸເຖິງຄວາມຮຸນແຮງທາງເພດທີ່ແຜ່ຫລາຍ ເຊິ່ງລວມທັງການທີ່ຜູ້ຍິງຖືກບັງຄັບໃຫ້ມີຄວາມສໍາພັນທາງເພດເພື່ອຜົນປະໂຫຍດຂອງສະມາຊິກແກ້ງອາດຊະຍາກໍາ, ການຂົ່ມຂືນຕົວປະກັນ ແລະ ຜູ້ຍິງ ຫລັງຈາກພວກນາງເຫັນຜົວຂອງຕົນເອງຖືກສັງຫານ ຕະຫລອດຈົນການເກນເດັກ ແລະ ການທາຮຸນເດັກ ທັງເດັກຊາຍ ແລະ ເດັກຍິງທີ່ບໍ່ສາມາດອອກຈາກແກ້ງໄດ້.
ເຖິງວ່າການຂວໍ້າບາດອາວຸດລະຫວ່າງປະເທດ ເພື່ອພະຍາຍາມຢັບຢັ້ງຄວາມຮຸນແຮງ, ແຕ່ລາຍງານເປີດເຜີຍວ່າ: ຍັງມີການສົ່ງອາວຸດ ແລະ ລູກປືນເກີດຂຶ້ນຜ່ານຊາຍແດນທີ່ມີຊ່ອງຫວ່າງຂອງເຮຕິ ເຊິ່ງ OHCHR ຮຽກຮ້ອງໃຫ້ມີການຄວບຄຸມລະດັບປະເທດ ແລະ ລະດັບສາກົນ ເພື່ອຢຸດຢັ້ງການລັກລອບຄ້າຂາຍອາວຸດ ແລະ ລູກປືນໃຫ້ປະເທດທີ່ໄດ້ຮັບຄວາມເສຍຫາຍຈາກຄວາມຂັດແຍ່ງ.