ດາກຈຶງ ຈັດງານບຸນປະເພນີຊ່ວງເຮືອແພ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024

ວັນທີ 29 ມີນາ 2024 ເມືອງດາກຈຶງ ແຂວງເຊກອງ ໄດ້ຈັດພິທີເປີດງານບຸນປະເພນີຊ່ວງເຮືອແພເມືອງດາກຈຶງ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024, ຢູ່ເດີ່ນແຄມອ່າງເກັບນໍ້າຫ້ວຍປິງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ອົງການທຽບເທົ່າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາເພັດ ສອນຈະເລີນ ຮອງເຈົ້າເມືອງດາກຈຶງ ປະທານຈັດງານບຸນປະເພນີຊ່ວງເຮືອແພ ປະຈໍາປີ 2024 ລາຍງານໃຫ້ຮູ້ວ່າ: ການຈັດງານບຸນປະເພນີຊ່ວງເຮືອແພ ປະຈໍາປີ 2024 ແມ່ນຄັ້ງທີ 12 ແລະ ເປັນໜຶ່ງທີ່ມີຄວາມໝາຍສໍາຄັນ ຈັດຂຶ້ນເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ 2024; ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984-14 ເມສາ 2024); ຊຶ່ງມີເຮືອແພ ແລະ ເຮືອກາບສະໝັກຫຼິ້ນເຂົ້າຮ່ວມແຂ່ງຂັນລວມມີ 30 ຄະນະ, ມີນັກສີພາຍທັງໝົດ 575 ຄົນ, ຍິງ 159 ຄົນ. ໃນນີ້, ປະເພດເຮືອແພຊາຍ 10 ຄະນະ; ເຮືອແພຍິງ 10 ຄະນະ; ເຮືອກາບສະໝັກຫຼິ້ນ 12 ສີພາຍ 5 ຄະນະ ແລະ ເຮືອກາບສະໝັກຫຼິ້ນ 5 ສີພາຍ 5 ຄະນະ. ການຈັດງານບຸນປະເພນີຊ່ວງເຮືອແພ ປະຈໍາປີ 2024 ແມ່ນເປັນການສົ່ງເສີມ, ອະນຸລັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ການເຜີຍເເຜ່ມູນເຊື້ອຄວາມສາມັກຄີອັນຍາວນານຂອງປະຊາຊົນເມືອງດາກຈຶງ. ພ້ອມນັ້ນ, ຍັງເປັນການສົ່ງເສີມການທ່ອງທ່ຽວລາວ 2024 ທັງເປັນການສ້າງຄວາມຄຶກຄື້ນ ເພື່ອກະຕຸ້ນເສດຖະກິດທາງກົງ, ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ.
ໃນໂອກາດນີ້, ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ມີຄຳເຫັນກ່າວເປີດງານຢ່າງເປັນທາງການວ່າ: ການຈັດງານບຸນປະເພນີຊ່ວງເຮືອແພປີນີ້, ຈັດຂຶ້ນເພື່ອສືບຕໍ່ສົ່ງເສີມ, ອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມ, ຮັກສາມູນເຊື້ອຄວາມສາມັກຄີ, ນ້ຳໃຈໂອບເອື້ອອາລີຂອງປະຊາຊົນບັນດາເຜົ່າເມືອງດາກຈຶງ ເຊິ່ງແມ່ນບຸນປາງໃຫຍ່ໃນການຮັບແຂກບ້ານແຂກເມືອງ, ເປັນການສືບສານປະເພນີ ແລະ ຄວາມເຊື່ອຖືຂອງປະຊາຊົນພາຍໃນເມືອງ. ນອກນັ້ນ, ຍັງມີບັນດາກິດຈະກຳປິ່ນອ້ອມ ເປັນຕົ້ນ ການສະແດງສິລະປະວັນນະຄະດີ, ການປະກວດບົດເພງ ແລະ ສຽງຂັບ-ສຽງລໍາ ເປັນການເປີດໂອກາດໃຫ້ຊາວໜຸ່ມ-ໄວໜຸ່ມ, ນັກສິລະປິນ-ນັກສິລະປະໄດ້ມີໂອກາດສະແດງອອກ ແລະ ໄດ້ໂຄສະນາເຜີຍແຜ່ວັດທະນະທຳ ອັນດີງາມຂອງຊາດລາວ ໂດຍສະເພາະປະຊາຊົນເມືອງດາກຈຶງ ສູ່ແຂກຕ່າງດ້າວທ້າວຕ່າງເມືອງທີ່ມາທ່ຽວຊົມງານ ໄດ້ສຳຜັດ ແລະ ຮ່ວມເບີກບານມ່ວນອອນຊອນນຳກັນ.