ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - 433894999 860126526141655 4452669811994550485 n - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - kitchen vibe - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ

ວັນທີ 29 ມີນາ 2024 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ ປະຈໍາປີ 2023, ພ້ອມທັງປາຖະກະຖາວັນສໍາຄັນ ຂອງພັກ-ຂອງຊາດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະປະຈໍາພັກ, ຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກສົມບູນ, ພະນັກງານຫລັກແຫລ່ງ ແລະ ຄະນະພັກຮາກຖານ ທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຊຶ່ງມີບາງເນື້ອໃນສະແດງອອກ ຄື: ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຈໍານວນທັງໝົດ 33 ໜ່ວຍພັກ. ໃນນັ້ນ, ບັນດາໜ່ວຍພັກຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ ມີ 17 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ (ຈໍານວນ 16 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ). ຂະບວນການແຂ່ງຂັນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືເປັນບັ້ນການເຄື່ອນໄຫວຊີວິດການເມືອງທີ່ສໍາຄັນ ໂດຍສະເພາະ ແມ່ນການປັບປຸງ, ຍົກລະດັບການນໍາພາຂອງບັນດາໜ່ວຍພັກທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ສໍາລັບທິດທາງແຜນການຕໍ່ໜ້າ, ຄະນະບໍລິຫານງານພັກກະຊວງ, ຄະນະຮັບຜິດຊອບຈະໄດ້ສືບຕໍ່ເອົາໃຈໃສ່ຊີ້ນໍາ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 90% ຂອງບັນດາໜ່ວຍພັກ ໂດຍສະເພາະເອົາໃສ່ເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງ ໂດຍຖືເອົາໜ້າທີ່ການເມືອງຂອງຕົນ ປະຕິບັດຕາມ 5 ເນື້ອໃນຄື: ດ້ານການ ເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນໍາພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - Visit Laos Visit SALANA BOUTIQUE HOTEL - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - Visit Laos Visit SALANA BOUTIQUE HOTEL - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ

ໂອກາດນີ້, ກໍໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 12 ໜ່ວຍພັກ ແລະ 2 ຄະນະພັກຮາກຖານ ລວມທັງໝົດ 28 ໜ່ວຍພັກ ຂອງ ງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຈາກນັ້ນ ກໍໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ ພະນັກງານ-ລັດຖະກອນ ປະຈໍາປີ 2023. ພ້ອມກັນນີ້, ກໍໄດ້ສາຍຮູບເງົາ ມູນເຊື້ອປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະ ນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21/03/1946-21/03/2024).

ໂອກາດນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ທິດຊີ້ນໍາ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານ ໃຫ້ແກ່ສະມາຊິກພັກ-ພະນັກງານທົ່ວກະຊວງ ໃນການນໍາພາຂະບວນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມເຂັ້ມ ແຂງ ເພື່ອສຸມໃສ່ພາລະກິດໃນການຫັນເປັນທັນສະໄໝ ກໍຄື ຫັນເປັນດີຈິຕອນ ຂອງປະເທດເຮົາ. ພ້ອມນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອການປະຕິວັດ, ຄວາມເສຍສະຫລະຂອງບັນດານັກຮົບວິລະຊົນ, ຄວາມພິລະອາດຫານໃນການກອບກູ້ເອົາປະເທດຊາດ ອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຈົນໄດ້ຮັບຜົນສໍາເລັດ ເຮັດໃຫ້ພັກເຮົາມີການເຕີບໃຫຍ່ຂະຫຍາຍຕົວຈົນຮອດທຸກວັນນີ້. ຕອນທ້າຍ, ສະຫາຍ ຍັງໄດ້ສະແດງຄວາມເຊື່ອໝັ້ນຕໍ່ສະ ມາຊິກພັກ-ພະນັກງານ ໃນການປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ເພື່ອນໍາພາປະເທດຊາດຂອງພວກເຮົາໃຫ້ມີຄວາມທັນສະໄໝ ແລະ ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - 431595529 860126566141651 5764518997263427204 n 1024x576 - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - 3 - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - 5 - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ - 4 - ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ