ປກສ ຈຳປາສັກ ສຶກສາອົບຮົມ 2 ໜຸ່ມ ທີ່ກຸ່ມດັດແປງສະພາບເຕັກນິກລົດ ແລະ ຂີ່ລົດໄວ-ໃຊ້ສຽງດັງກວນເມືອງ
April 1, 2024 - 6:16 PM

ວັນທີ 1 ເມສາ 2024, ເຈົ້າໜ້າທີ່ພະແນກຕຳຫລວດຈະລາຈອນ ປກສ ແຂວງຈຳປາສັກ ໄດ້ສຶກສາອົບຮົມໄວໜຸ່ມ 2 ຄົນ ທີ່ດັດແປງສະພາບເຕັກນິກລົດ ແລະ ຂີ່ລົດໄວ-ໃຊ້ສຽງດັງກວນເມືອງ.
ພັຕ ບຸນທັນ ວົງຜາສຸກ ຫົວໜ້າກອງໂຄສະນາພະແນກຈະລາຈອນ ປກສ ແຂວງຈຳປາສັກ ໄດ້ສຶກສາອົບຮົມ 2 ໜຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການຂັບຂີ່ລົດໄວໃຊ້ສຽງດັງລົບກວນສັງຄົມ, ຂັບຂີ່ລົດເປັນພຶງເປັນແພ, ຍົກລໍ້, ຂັບຂີ່ລົດ, ດັດແປງສະພາບເຕັກນິກ ແລະ ບັນຫາອື່ນໆ ທີ່ພາໃຫ້ເກີດອຸບັດເຫດ ເຊິ່ງການກະທຳດັ່ງກ່າວ ແມ່ນສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ຕໍ່ສັງຄົມ.