ເຟເດີເຣີ ໍະນະ ຊະວາດມັນ 2-0 ເຊັດ ຜ່ານເຂົ້າຮອບ 3 ເຕັນນິສທີ່ຊ່ຽງໄຮ້
October 12, 2017 - 4:24 PM

ການແຂ່ງຂັນເຕັນນິສ ເອ ທີພີທົວ ມາສເຕີ 1000 ລາຍ ການ ຊ່ຽງໄຮ້ ໂຣເລັກ ມາສເຕີ ຊີງເງິນລາງວັນລວມ 5.924. 890. ໂດລາ ສະຫະລັດ ທີ່ນະ ຄອນຫຼວງຊ່ຽງໄຮ້ ປະເທດ ຈີນ ໃນປະເພດຊາຍດ່ຽວຮອບ 2 ໂຣເຈີ ເຟເດີເຣີ ມື 2 ຂອງ ລາຍການຈາກ ສະວິດເຊີແລນ ຕ້ອງອອກແຮງໜັກ ກ່ອນເອົາ ຊະນະ ດີເອໂກ ຊະວາດມັນ ຈາກ ອາເຈນຕິນາ ໄປໄດ້ 2-0 ເຊັດ 7-6, 6-4. ຜ່ານເຂົ້າສູ່ ຮອບ 3 ໄປພົບກັບ ອະເລັກ ຊານເດີ ໂດລໂກໂປລອຟ ຈາກ ຢູເຄຣນ ທີ່ເອົາຊະນະ ເຟລິ ເຊຍໂນ ໂລເປດ ຈາກ ສະເປນ ມາໄດ້ 2-1 ເຊັດ 7-6, 1-6, 6-4.
+ ສ່ວນຜົນແຂ່ງຂັນຄູ່ ອື່ນໆມີດັ່ງນີ້:
– ຍານ-ເລນນາດ ສະ ຕຣັຟ 2-0 ເຊັດ ເຄວິນ ແອນ ເດີສັນ 7-6, 7-6.
– ຈອນ ອິສເນີ 2-0 ເຊັດ ສະເຕຟານອສ ຊິດຊິປາສ 7-6, 7-6.
– ສະຕີຟ ຈອນສັນ 2-0 ເຊັດ ຕີ້ ຫວູ 6-2, 6-1.