ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ

- dad328ee a4eb 4a38 a08e 92ce2b77bec3 - ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ
- kitchen vibe - ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ

ວັນທີ 11 ຕຸລານີ້, ເມືອງ ສັງທອງ ໄດ້ສ້າງຂະບວນການ ອອກແຮງງານລວມເພື່ອຕ້ອນ ຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ, ນຳພາ ໂດຍ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງສັງທອງ, ມີບັນດາພະ ນັກງານ-ລັດຖະກອນ, ທະຫານ ຕຳຫລວດ ແລະ ປະຊາຊົນອ້ອມ ຂ້າງ ເມືອງເຂົ້າຮ່ວມເປັນຈຳ ນວນຫລາຍໂດຍໄດ້ມີການຕັດ ຫຍ້າຕາມເດີ່ນ ສຳນັກງານຫ້ອງ ວ່າ ການຕາມສອງຝາກທາງ ເທດສະບານເມືອງ, ເກັບຂີ້ ເຫຍື້ອ, ຕັດຕອນກິ່ງໄມ້ ແລະ ອະ ນາໄມຮ່ອງລະບາຍນ້ຳເປື້ອນ, ເພື່ອເປັນການສ້າງຄວາມສະ ອາດຈົບງາມ, ຕ້ານພະຍາດ ຕາມລະດູການ ແລະ ທຳລາຍ ແຫລ່ງເພາະພັນຍຸງລາຍ, ພ້ອມ ທັງເປັນການປະຕິບັດຄຳຂວັນ 6 ສ ໂດຍສະເພາະ ສ. ສະອາດ ຂອງນະຄອນຫລວງວຽງຈັນ ວາງອອກໃຫ້ຜົນ ເປັນຈິງເທື່ອລະກ້າວ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ

+ ເມືອງສັງທອງດຳເນີນກອງປະຊຸມຄະນະບໍລິຫານງານພັກເມືອງປະຈຳໄຕມາດ III

+ ນະຄອນຫລວງຫາລືສ້າງຂະບວນການບໍລິຈາກເລືອດ

 

ພ້ອມນີ້ ປະຊາຊົນພາຍ ໃນເມືອງ ຍັງໄດ້ພ້ອມກັນອະນາໄມ ແລະ ອອກແຮງງານ ລວມ ໃນຂອບເຂດເຮືອນຊານ ບ້ານຊ່ອງຂອງຕົນເອງ ແລະ ຕາມສະຖານ ທີ່ຕ່າງໆ, ຕາມ ທາງຮ່ອມ-ທາງຫລວງໃຫ້ມີ ຄວາມຈົບງາມຫລາຍຂຶ້ນ.

- 4 - ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!