ສະຫລົດ! ຈູດໄຮ່ລາມໄໝ້ຕົນເອງເສຍຊີວິດ
April 4, 2024 - 1:24 PM

ຕອນບ່າຍ ເວລາ 13:30 ໂມງ ຂອງວັນທີ 3 ເມສາ 2024, ເກີດເຫດໄຟໄໝ້ປະຊາຊົນ ຢູ່ບ້ານມົກໂຄກາງ ເມືອງປາກແບ່ງ ແຂວງອຸດົມໄຊ ທີ່ພວມຈູດໄຮ່ແລ້ວໄຟລາມໄໝ້ຕົນເອງ ເສຍຊີວິດຄາທີ່ 2 ຄົນ
ຜ່ານການລົງກວດກາຂອງເຈົ້າທີ່ ປກສ ກຸ່ມບ້ານມົກໂຄກາງ ຮູ້ວ່າ: ຜູ້ທີ່ ອາຍຸ 38 ປີ ແລະ ອາຍຸ 42 ປີ ເປັນເພດຍິງທັງສອງຄົນ, ຢູ່ບ້ານມົກໂຄກາງ ເມືອງປາກແບ່ງ ແຂວງອຸດົມໄຊ.