ປະທານສະພາແຫ່ງຊາດຫວຽດນາມ ທ່ານ ເວືອງດິງ ເຫວະຢ້ຽມຢາມຈີນຢ່າງເປັນທາງການ

ສຳນັກຂ່າວ VietNamNet ລາຍງານວ່າ: ວັນທີ 8 ເມສາ 2024 ຢູ່ນະຄອນຫລວງປັກກິ່ງ ສ.ປ ຈີນ, ທ່ານ ປະທານສະພາແຫ່ງຊາດ ເວືອງດິງ ເຫວະ ຂອງຫວຽດນາມໄດ້ເຂົ້າພົບປະ ແລະ ປຶກສາຫາລືກັບເລຂາທິການໃຫຍ່, ປະທານປະເທດຈີນ ທ່ານ ສີຈິ້ນຜິງ.
ນີ້ສະແດງເຖິງການຍົກສູງຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດ ແລະ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ ສອງລັດຂອງຫວຽດນາມ.
ໂອກາດນີ້, ທ່ານ ເວືອງດິງ ເຫວະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນຈິງໃຈ ເຕັມໄປດ້ວຍຄວາມອົບອຸ່ນຂອງເລຂາທິການໃຫ່ຍ ຫງວຽນຟູ ຈ໊ອງ ແລະ ການນຳລະດັບສູງຂອງພັກ ແລະ ລັດຫວຽດນາມມາຍັງທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສີຈິ້ນຜິງ. ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍິ່ງໃຫ່ຍ ມີຄວາມໝາຍທາງປະຫວັດສາດທີ່ພັກ, ລັດ ແລະ ປະຊາຊົນຈີນຍາດມາໄດ້, ສະແດງຄວາມເຊື່ອໝັ້ນວ່າປະຊາຊົນຈີນຈະເຮັດສຳເລັດຢ່າງມີໄຊບັນດາຈຸດໝາຍທີ່ກອງປະຊຸມໃຫ່ຍຄັ້ງທີ 20 ວາງອອກ, ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຄົມທັນສະໄໝ, ຮັ່ງມີເຂັ້ມແຂງ, ສີວິໄລ, ລົງຕົວ ແລະ ສວຍງາມ. ປະທານສະພາແຫ່ງຊາດເຊື່ອໝັ້ນວ່າຈີນຈະປະກອບສ່ວນອັນສຳຄັນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນໂລກ, ປະຕິບັດແນວທາງການຕ່າງປະເທດຕໍ່ບັນດາປະເທດເພື່ອນບ້ານໃກ້ຄຽງໃຫ້ເປັນກາຍເປັນເພື່ອນທີ່ດີ, ຈິງໃຈ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ ເພື່ອນຳເອົາໂອກາດຄວາມຮ່ວມມືມາໃຫ້ບັນດາປະເທດເພື່ອນບ້ານໃກ້ຄຽງໃນນັ້ນນມີທັງຫວຽດນາມ.
ທ່ານ ສີຈິ້ນຜິງ ເລຂາທິການໃຫ່ຍ, ປະທານປະເທດ ໄດ້ຝາກຄຳຢື້ຢາມຖາມຂ່າວອັນສະໜິດສະໜົມໄປເຖິງເລຂາທິການໃຫ່ຍ ຫງວຽນຟູ ຈ໊ອງ ພ້ອມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການພັດທະນາດ້ານເສດຖະກິດ-ສັງຄົມຂອງຫວຽດນາມພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ໂດຍແມ່ນເລຂາທິການໃຫ່ຍ ຫງວຽນຟູ ຈ໊ອງ ເປັນຫົວໜ້າ. ຈີນສະໜັບສະໜູນຫວຽດນາມຢ່າງເຕັມທີ່ໃນການສ້າງເສດຖະກິດທີ່ໝັ້ນຄົງ, ມີຜົນສຳເລັດການສ້າງສັງຄົມນິຍົມທີ່ສອດຄ່ອງກັບສະຖານະການຂອງປະເທດຕົນ.
ການນຳສອງຝ່າຍໄດ້ສະແດງຄວາມຊື່ນຊົມຕໍ່ທ່ວງທ່າການພັດທະນາສາຍສຳພັນທີ່ຕັ້ງໜ້າລະຫວ່າງຫວຽດນາມ-ຈີນ ແລະ ຢໍ້າວ່າສອງພັກ ສອງລັດມີຈຸດຄ້າຍຄືກັນທາງດ້ານພື້ນຖານແນວຄິດ, ຈຸດໝາຍໃນການສ້າງສັງຄົມນິຍົມນັ້ນແມ່ນການ ສູ້ຊົນເພື່ອຜົນປະໂຫຍດ ແລະ ຄວາມສຸກຂອງປະຊາຊົນ.