2018 ຈະເປັນປີເງິນປີຄໍາ

- 21430511 699182396959081 6232962874340007208 n - 2018 ຈະເປັນປີເງິນປີຄໍາ
- kitchen vibe - 2018 ຈະເປັນປີເງິນປີຄໍາ

ໂດຍ: ກ້ອງສ່ອງ ອິດສະຫລະ

ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ປີ 2018 ຈະມາເຖິງນີ້, ລັດຖະບານເຮົາໄດ້ກໍານົດໃຫ້ເປັນປີທ່ອງທ່ຽວລາວ ແລະ ພິທີເປີດຢ່າງເປັນທາງການແມ່ນໄດ້ກໍານົດເອົາມື້ດຽວກັນກັບມື້ເປີດບຸນນະມັດສະການພະທາດຫລວງວຽງຈັນປີນີ້ ຍ້ອນປີ 2018 ເປັນປີທ່ອງທ່ຽວລາວ, ແຕ່ລະແຂວງ, ແຕ່ລະທ້ອງຖິ່ນ ຕ່າງກໍມີແຜນຈັດກິດຈະກໍາຂອງຕົນຂຶ້ນ ເພື່ອເຮັດໃຫ້ປີດັ່ງກ່າວເປັນປີເງິນປີຄໍາ.  ຜູ້ຂຽນຂໍເວົ້າແຈ້ງຖ້າແຂວງໃດ, ເມືອງໃດມີຫົວຄິດປະດິດສ້າງ, ຊ່າງຊອກຊ່າງຫາວ່າຈະເຮັດກິດຈະກໍາຫຍັງແດ່ໃນປີທ່ອງທ່ຽວນີ້ແມ່ນຈະເຮັດໃຫ້ແຂວງ ແລະ ທ້ອງຖິ່ນນັ້ນໆມີລາຍໄດ້ເປັນກອບເປັນກໍາ,​ ມີບັນຍາກາດ ແລະ ທັງມີຊື່ສຽງໂດ່ງດັງໄປສູ່ສາກົນອີກດ້ວຍ.

- Visit Laos Visit SALANA BOUTIQUE HOTEL - 2018 ຈະເປັນປີເງິນປີຄໍາ

ເທົ່າທີ່ຜູ້ຂຽນໄດ້ໄປເລາະເບິ່ງ ແລະ ຜ່ານການຕິດຕາມຂ່າວຄາວບໍ່ວ່າແຂວງໃດ, ເມືອງໃດ ກໍມີຊັບພະຍາກອນບົ່ມຊ້ອນມາກມາຍກ່າຍກອງ ເປັນຕົ້ນເວົ້າເລື່ອງຊັບພະຍາກອນມະນຸດ ມັນກໍຕິດພັນໃນເລື່ອງວັດທະນະທໍາ-ສັງຄົມ, ຮີດຄອງປະເພນີຂອງຊົນເຜົ່າ ນັບທັງສິ່ງຍອດຍິ່ງໃນດ້ານສະຖາປັດຕະຍາກໍາທີ່ຫລາກຫລາຍຂອງແຕ່ລະທ້ອງຖິ່ນເຂດແຂວງ, ອັນສອງມາເວົ້າເລື່ອງຊັບພະຍາກອນທາງທໍາມະຊາດ ກໍມີຊັບໃນດິນສິນໃນນໍ້ານັບແຕ່ສັດສາວາສິ່ງ, ດິນດອນ

ຕອນຫຍ້າ, ແມ່ນໍ້າລໍາເຊ ແລະ ພູຜາປ່າໄມ້. ​ສິ່ງທີ່ກ່າວມານີ້ມັນລ້ວນແຕ່ແມ່ນຊັບພະຍາກອນອັນລໍ້າຄ່າຂອງທ້ອງຖິ່ນພວກເຮົາທັງນັ້ນ, ຫາກຕ່າງແຕ່ວ່າບ່ອນໃດມີໜ້ອຍມີຫລາຍ, ບ່ອນໃດເໝາະສົມ ຫລື ບໍ່ເໝາະສົມເທົ່ານັ້ນ.

ເວົ້າເລື່ອງການຈັດກິດຈະກໍາໃນການທ່ອງທ່ຽວ ຜູ້ຂຽນຂໍຍົກໂປ້ໃຫ້ແຂວງໄຊຍະບູລີມາເປັນຕົວແບບ ຍ້ອນວ່າບຸນຊ້າງກັບບຸນອອກພັນສາພວກເພິ່ນສາມາດດຶງດູດເອົາຄົນພາຍໃນ ແລະ ຕ່າງປະເທດພາກັນແຫ່ແຫນແພນກັ້ງໄປຮ່ວມຊົມຮ່ວມເຊຍຢ່າງຫລວງຫລາຍ. ນອກນັ້ນ ການໂຄສະນາໃຫ້ຄົນໃນທົ່ວທຸກສາລະທິດໄປທ່ອງທ່ຽວກໍປາກົດວ່າເຂົ້າລ໋ອກເຂົ້າເກຍມີຕົວເລກເພີ່ມຂຶ້ນໃນແຕ່ລະປີ, ການອອກຂ່າວຄາວກໍເຮັດໄດ້ດີ, ມີການໂຄສະນາລ່ວງໜ້າ ແລະ ຖ່າຍທອດສົດທາງໂທລະພາບເຮັດໃຫ້ຄົນໄດ້ຮູ້ໄດ້ເຫັນ, ຈາກນັ້ນຜົນປາກົດອອກມາກໍຄືມີຄົນເປັນໝື່ນເປັນແສນໄປຮ່ວມງານຢ່າງຄັບຄາໜາແໜ້ນ. ສໍາລັບແຂວງຫລວງພະບາງກໍຈະບໍ່ຂໍກ່າວເພາະວ່າເປັນເມືອງມໍລະດົກໂລກຢູ່ແລ້ວ. ສ່ວນວ່າແຂວງອື່ນໆກໍມີກິດຈະກໍາທີ່ຫລາກຫລາຍເຊັ່ນກັນ, ແຕ່ບາງຄັ້ງການໂຄສະນາກະຈາຍຂ່າວຍັງບໍ່ທັນເຮັດໄດ້ດີ ແລະ ກວ້າງຂວາງເທື່ອ, ເທົ່າທີ່ຜູ້ຂຽນໄດ້ຕິດຕາມທາງສື່ ບໍ່ວ່າໜັງສືພີມ, ວິທະຍຸ, ໂທລະພາບ ແລະ ນັບທັງສື່ອອນລາຍຕ່າງໆ ກໍບໍ່ປາກົດເຫັນໃນມື້ເພິ່ນເຮັດ. ສ່ວນຫລາຍມັນກາຍມາໄດ້ຫລາຍວັນແລ້ວຈຶ່ງເຫັນເພິ່ນນໍາມາອອກຂ່າວໃນລາຍການໂທລະພາບຂອງທ້ອງຖິ່ນເພິ່ນ.

ເຖິງຢ່າງໃດກໍດີ, ຕາມຜູ້ຂຽນເຫັນຕົວຈິງກ່ອນຮອດປີ 2018 ທຸກແຂວງກໍໄດ້ມີແຜນສ້າງກິດຈະກໍາຂອງຕົນຢ່າງລະອຽດ ເພື່ອຮອງຮັບປີທ່ອງທ່ຽວທີ່ຈະມາເຖິງ, ແຕ່ແຜນທີ່ມີນັ້ນສ່ວນຫລາຍກໍແມ່ນອີງໃສ່ບຸນເປັນສ່ວນໃຫຍ່ ເປັນຕົ້ນບຸຸນທາດຫລວງ, ບຸນທາດອີງຮັງ, ບຸນວັດພູ, ພະທາດສີໂຄດຕະບອງ, ບຸນກອງເຂົ້າ, ບຸນເດືອນສາມ, ປີໃໝ່ລາວ ແລະ ອື່ນໆ ທີ່ເປັນຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ. ນີ້ກໍຖືວ່າເປັນສິ່ງທີ່ຍອດຍິ່ງທີ່ພວກເຮົາມີການສົ່ງເສີມການທ່ອງທ່ຽວດ້ານວັດທະນະທໍາ, ແຕ່ຕາມຜູ້ຂຽນຄິດມັນກໍຍັງມີຫລາຍກິດຈະທີ່ພວກເຮົາຈະຕ້ອງໄດ້ເຮັດ ເປັນຕົ້ນຄືການຊ່ວງເຮືອກໍບໍ່ຈໍາເປັນຕ້ອງຖ້າໃຫ້ຮອດມື້ອອກພັນສາ, ເຮົາຊ່ວງມື້ໃດຍາມໃດກໍໄດ້ ຂໍພຽງແຕ່ວ່າມັນເໝາະສົມ ແລະ ທັງໄດ້ເງິນ, ທັງສອດຄ່ອງກັບກາລະໂອກາດ. ສ່ວນວ່າໃນດ້ານອະນຸລັກທໍາມະຊາດນັ້ນ, ພວກເຮົາຍິ່ງມີຄວາມອຸດົມສົມບູນ ຍ້ອນວ່າບ້ານເຮົາມີຫ້ວຍນໍ້າລໍາເຊ, ພູຜາປ່າໄມ້, ມີຖໍ້າມີຮູບໍ່ອຶດບໍ່ຢາກ, ແຕ່ອັນສໍາຄັນທີ່ຕິດພັນກັບການທ່ອງທ່ຽວນັ້ນມັນມີຫລາຍອັນສໍາມະປິ ເປັນຕົ້ນເລື່ອງຖະໜົນຫົນທາງ, ອາຫານການກິນ, ທີ່ພັກເຊົາ, ການມ່ວນຊື່ນ ແລະ ອື່ນໆ ແລະ ອັນສຸດທ້າຍທີ່ຄວນລົງມືເຮັດກ່ອນໝູ່ແມ່ນການໂຄສະນາໃຫ້ຄົນທົ່ວໂລກເຂົ້າມາທ່ອງທ່ຽວໃຫ້ຫລາຍໆ, ການໂຄສະນາອັນໃດຄວນຈ້າງກໍໄດ້ລົງທຶນໃສ່ໂລດ ນັບທັງໜັງສື, ໂທລະພາບ ແລະ ສື່ອອນລາຍຕ່າງໆ ບໍ່ໃຫ້ພາກັນເຮັດມິດມີ່, ບາດຮອດຍາມບຸນມາໃຜກໍບໍ່ຮູ້, ຄົນມາທ່ຽວກໍມະຍ່ອມມະແຍ່ມ, ສຸດທ້າຍມາຜູ້ຂາຍເຂົ້າຫລາມກັບປີ້ງໄກ່ກໍຫລຸບທຶນ, ຜູ້ຂາຍເຝີເຂົ້າປຽກກໍພາກັນນັ່ງຄໍ້າແກ້ມໄລ່ແມງວັນ, ໝໍຜູ້ຂາຍນໍ້າຂາຍເບຍກໍພໍໄດ້ແຕ່ຄ່າເຊົ່າຮ້ານ, ສຸດທ້າຍແທນທີ່ຈະເປັນປີເງິນປີຄໍາກໍໄດ້ແຕ່ຄໍາຈົ່ມຄໍາວ່າ ແລະ ໃຜກໍອີ່ມປານບັກລາອີ່ມເຂົ້າຫລາມນັ້ນ ມັນກໍບໍ່ເປັນທ່າຊັ້ນລະຫວາ.

- 3 - 2018 ຈະເປັນປີເງິນປີຄໍາ
- 5 - 2018 ຈະເປັນປີເງິນປີຄໍາ
- 4 - 2018 ຈະເປັນປີເງິນປີຄໍາ