ປກສ ແຂວງສາລະວັນມອບລົດຄືນເຈົ້າຂອງເດີມ

ເມື່ອບໍ່ດົນມານີ້, ກອງບັນຊາ ການ ປກສ ແຂວງສາລະວັນໄດ້ ມອບລົດຈັກເວບ ໜຶ່ງຄັນໃຫ້ເຈົ້າ ຂອງເດີມ, ຫລັງຈາກເກັບກູ້ໄດ້ ຈາກ ຄົນຮ້າຍລັກໄປ, ໂດຍ ການກ່າວ ມອບ ຂອງທ່ານ ພັນຕີ ບຸນສີ ສຸວັນນະລາດ ຫົວໜ້າຫ້ອງ ຄົ້ນຄວ້າສັງລວມຫ້ອງຕຳ ຫລວດ ແຂວງ ສາລະວັນ .
+ ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ
+ ປກສ ກຸ່ມເພຍວັດຈັບໂຈນດຶງກະເປົາ
ລົດຈັກຄັນດັ່ງກ່າວ ແມ່ນ ຖືກຄົນຮ້າຍລັກໄປເມື່ອ ເດືອນ ກັນຍາຜ່ານມານີ້, ໂດຍງັດເຂົ້າ ເຮືອນຜູ້ເສຍຫາຍແລ້ວລັກເອົາ ລົດຈັກຫລົບໜີ ໄປຕາມເສັ້ນທາງ ສາລະວັນ-ປາກເຊ ແຕ່ຂີ່ມາຮອດ ປ້ອມຕຳຫລວດ 3 ແຍກ ບ້ານ ນາ ຂ້ອຍສາວ, ຄົນຮ້າຍໄດ້ເລັ່ງ ຄວາມໄວລົບໜີເຈົ້າໜ້າທີ່ຈິ່ງໄລ່ ຕິດຕາມລົດຄັນດັ່ງກ່າວແລ້ວຄົນ ຮ້າຍໄດ້ຖິ້ມລົດປະໄວ້ຂ້າງທາງ ຢູ່ບໍລິເວນບ້ານສູງ ເມືອງ ສາລະ ວັນ, ແຂວງ ສາລະວັນ ແລ້ວ ເອົາຕົວຫລົບໜີເຂົ້າປ່າ ແລະ ກວດສອບຮູ້ວ່າລົດຄັນດັ່ງກ່າວ ຖືກລັກມາ ຈິ່ງໄດ້ພົວພັນໄປຫາ ເຈົ້າຂອງເດີມ ແລະ ມອບຄືນໃຫ້ ໃນຄັ້ງນີ້, ພ້ອມທັງຮຽກຮອງໃຫ້ ພໍ່ແມ່ປະຊາຊົນ ຈົ່ງມີສະຕິຕໍ່ກັບ ການຮັກສາຊັບສິນຂອງຕົນເພື່ອ ບໍ່ໃຫ້ຕົກເປັນເປົ້າໝາຍຄົນຮ້າຍກໍ່ ເຫດໄດ້ງ່າຍ.