ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024

ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - Untitled 5 - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024
ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - kitchen vibe - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024

     ລາຍງານທ່າອ່ຽງການພັດທະນາແຫ່ງອາຊີຈາກທະນາຄານເພື່ອການພັດທະນາອາຊີ (ADB) ຄາດຄະເນວ່າ: ເສດຖະກິດຂອງຫວຽດນາມຈະຍັງເຕີບໃຫຍ່ 6% ໃນປີ 2024 ແລະ 6,2% ໃນປີ 2025 ໂດຍການຟື້ນຕົວທີ່ຂ້ອນຂ້າງເປັນວົງກວ້າງຂອງຂະແໜງການຜະລິດ ແລະ ການບໍລິການທີ່ເນັ້ນການສົ່ງອອກ ລວມທັງຜົນການດໍາເນີນງານທີ່ມີສະຖຽນລະພາບຂອງຂະແໜງກະສິກໍາຈະສະໜັບສະໜູນການຟື້ນຕົວຂອງເສດຖະກິດຫວຽດນາມ.

     ລາຍງານລະບຸວ່າ: ປັດໄຈຫລັກທີ່ຈະກະຕຸ້ນການເຕີບໃຫຍ່ຂອງເສດຖະກິດຫວຽດນາມໃນປີ 2024 ໄດ້ແກ່ ກະແສການໄຫລເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການສົ່ງເງິນກັບປະເທດ, ການເກີນດູນທາງການຄ້າທີ່ຕໍ່ເນື່ອງ, ການຟື້ນຕົວຂອງການບໍລິໂພກພາຍໃນປະເທດ ແລະ ມາດຕະການກະຕຸ້ນທາງການເງິນທີ່ເນັ້ນໂຄງການລົງທຶນຂອງລັດ ໂດຍສະເພາະການລົງທຶນຂອງລັດຈະເປັນສິ່ງເລັ່ງການເຕີບໃຫຍ່ຂອງເສດຖະກິດຫວຽດນາມ.

ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - Visit Laos Visit SALANA BOUTIQUE HOTEL - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024
ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - Visit Laos Visit SALANA BOUTIQUE HOTEL - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024

     ທ່ານ ຊານທະນຸ ຊັກກຣາບໍຕີ ຜູ້ອໍານວຍການ ADB ປະຈໍາຫວຽດນາມ ກ່າວວ່າ: ເສດຖະກິດຫວຽດນາມຈະເຕີບໃຫຍ່ຢ່າງແຂງແຮງໃນປີນີ້ ແລະ ປີໜ້າ, ແຕ່ອາດຜະເຊີນຜົນກະທົບຈາກຄວາມບໍ່ແນ່ນອນທາງພູມສາດໂລກ ແລະ ຄວາມເບາະບາງຂອງໂຄງສ້າງພາຍໃນປະເທດ, ຫວຽດນາມຈຶ່ງຄວນດໍາເນີນນະໂຍບາຍທີ່ປະສົມປະສານມາດຕະການສະໜັບສະໜູນການເຕີບໃຫຍ່ໄລຍະສັ້ນ ເພື່ອສົ່ງເສີມອຸປະສົງພາຍໃນປະເທດກັບມາດຕະການທາງໂຄງສ້າງໄລຍະຍາວເພື່ອສົ່ງເສີມການເຕີບໃຫຍ່ທີ່ຍືນຍົງ.

ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - 4 - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024
ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - 3 - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024
ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024 - 5 - ADB ຄາດຄະເນ GDP ຂອງຫວຽດນາມ ເຕີບໃຫຍ່ 6% ໃນປີ 2024