ພິທີແຫ່ຊ້າງຮຽງເກີຍ ຢູ່ນະຄອນຫລວງພະບາງ ຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ ຢູ່ແຂວງຫລວງພະບາງ ຄຶກຄື້ນຫລາຍໃນປີນີ້


ວັນທີ 12 ເມສາ 2024 ນີ້ ຢູ່ນະຄອນຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເຊິ່ງເປັນພິທີກັມຄອບລາ ຫລື ບອກກ່າວການປ່ຽນສັກກະຣາດ ປີເກົ່າ ໄປສູ່ສັກກະຣາດ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ.
ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນ ຫລວງພະບາງ ໄດ້ໃຫ້ສຳພາດວ່າ: ພິທີກຳການແຫ່ຊ້າງຮຽງເກີຍ ເປັນຮີດຄອງປະເພນີອັນດີງາມທີ່ຊາວຫລວງພະບາງ ໄດ້ສືບທອດກັນມາແຕ່ບູຮານນະການ ໃນແຕ່ລະປີໄດ້ຈັດຂຶ້ນກ່ອນບຸນປີໃໝ່ລາວ ເພື່ອເສີມຂະຫຍາຍໃຫ້ເປັນກິດຈະກຳດືງດູດນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວຫລວງພະບາງ ໃຫ້ນັບມື້ຫລາຍຂຶ້ນ.
ໃນພິທີກຳການຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫລາຍຢ່າງໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມເຂົ້າໝົມ, ເຂົ້າໂຄບ ເຂົ້າຂຽບ ແລະ ອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍ່ຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ. ເຊິ່ງໃນປີນີ້ ໄດ້ມີຂະບວນແຫ່ເລີ່ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ 4 ເຊືອກ ໂດຍນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂັວນຊ້າງ ແລະ ແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ, ມີມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫລວງຫລາຍ.
ສຳລັບການສ່ຽງທວາຍໃນປີນີ້ ແມ່ນຊ້າງ ກິນກ້ວຍ ກິນອ້ອຍ ພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸກ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ.