ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ

ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - 898 - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ
ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - kitchen vibe - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ

ກອງປະຊຸມລາຍງານຄວາມຄືບໜ້າໂຄງການອາຫານທ່ຽງໃນໂຮງຮຽນຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 23 ເມສາ 2024 ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ທ່ານ ນາງ ບຸນມີ ເຄນສອນມາ ຜູ້ຈັດການໂຄງການອາຫານທ່ຽງໃນໂຮງຮຽນ ລາຍງານວ່າ: ໂຄງການອາຫານທ່ຽງໃນໂຮງຮຽນແມ່ນໄດ້ຈັດຕັ້ງປະຕິບັດໄລຍະ 5 ປີ (2021-2025) ໂດຍມີ 5 ເມືອງ, 2 ແຂວງ ແລະ 248 ໂຮງຮຽນເປົ້າໝາຍ. ໃນນັ້ນ ແຂວງຄໍາມ່ວນມີ 4 ເມືອງຄື: ຍົມມະລາດ 34 ໂຮງຮຽນ, ມະຫາໄຊ 35 ໂຮງຮຽນ, ໄຊບົວທອງ 30 ໂຮງຮຽນ, ບົວລະພາ 72 ໂຮງຮຽນ ແລະ ແຂວງສະຫວັນນະເຂດ ມີ 1 ເມືອງຄື: ເມືອງຊົນບູລີ 77 ໂຮງຮຽນ.

ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - Visit Laos Visit SALANA BOUTIQUE HOTEL - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ
ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - Visit Laos Visit SALANA BOUTIQUE HOTEL - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ

ອາຫານທ່ຽງໃນໂຮງຮຽນ ແມ່ນເປັນພາກສ່ວນໜຶ່ງທີ່ມີຄວາມຈຳເປັນ ເພື່ອການປັບປຸງຜົນສຳເລັດດ້ານການສຶກສາ, ຫລຸດຜ່ອນຄວາມບໍ່ໝັ້ນຄົງດ້ານສະບຽບອາຫານ, ສາມາດເພີ່ມອັດຕາການເຂົ້າຮຽນ ຫລຸດຜ່ອນການປະລະການຮຽນ ຍັງຊ່ວຍໃນການສ້າງໂອກາດການສົ່ງເສີມສຸຂະອະນາໄມທີ່ດີ, ການມີໂພຊະນາການທີ່ເໝາະສົມ. ຜ່ານມາໄດ້ຈັດຕັ້ງປະຕິບັດໃນກິດຈະກຳສົ່ງເສີມການຮູ້ໜັງສື, ການກະກຽມຄວາມພ້ອມກ່ອນເຂົ້າ ປ1, ຈັດຕັ້ງກິດຈະກຳແນະນຳກ່ຽວກັບໂຄງການອາຫານທ່ຽງ, ຕິດຕາມ ແລະ ຊຸກຍູ້ຊ່ວຍເຫລືອຄູສອນ ໃນການນຳໃຊ້ຄູ່ມືແນະນຳການປະເມີນຜົນ ເພື່ອປັບປຸງການຮຽນ ຂັ້ນປ1 ແລະ ປ2, ກິດຈະກຳການສະໜອງອາຫານໃນໂຮງຮຽນ, ປັບປຸງ ແລະ ຂະຫຍາຍບ່ອນຮັບປະທານອາຫານໂຮງຮຽນ.

ໂຄງການນີ້ ສະໜັບສະໜູນທາງດ້ານງົບປະມານຈາກ ກະຊວງກະສິກຳ ສະຫະລັດອາເມຣິກາ ຜ່ານອົງການອາຫານໂລກ ປະຈຳລາວ ແລະ ອົງການບັນເທົາທຸກ ກາໂຕຣິກ (CRS) ປະຈຳລາວຈັດຕັ້ງປະຕິບັດ, ມີສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ກະຊວງສຶກສາທິການ ແລະ ກິລາ ເປັນຄູ່ຮ່ວມງານຫລັກ ເຊິ່ງມີ 3 ກິດຈະກໍາໃຫຍ່ໃນການຈັດຕັ້ງປະຕິບັດຄື: ກິດຈະກໍາສົ່ງເສີມການອ່ານອອກ-ຂຽນເປັນ, ການສະໜອງອາຫານໃນໂຮງຮຽນ ແລະ ກິດຈະກຳດ້ານນໍ້າ, ສຸຂະອະນາໄມ ແລະ ສຸຂະພິບານ ລວມມູນຄ່າການຈັດຕັ້ງປະຕິບັດ 6,4 ລ້ານໂດລາສະຫະລັດ.

ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - 4 - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ
ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - 5 - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ
ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ - 3 - ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ