ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ - 39779 - ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ - kitchen vibe - ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 25 ເມສາ 2024 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ ທີ່ສໍາຄັນດັ່ງນີ້:

  • ສະຫລຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນເມສາ ແລະ ທິດທາງແຜນການປະຈຳເດືອນພຶດສະພາ 2024 ຂອງລັດຖະບານ; ການຈັດຕັ້ງປະຕິບັດ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ແລະ ສະພາບມົນລະພິດໝອກຄວັນ; ການຈັດຕັ້ງປະຕິບັດ ມະຕິຕົກລົງ ສະບັບເລກທີ 09/ລບ ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ;
  • ການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໂດຍສະເພາະ ການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024;
  • ຮ່າງແຜນຍຸດທະສາດ ການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021-2030;
  • ຮ່າງຍຸດທະສາດແຫ່ງຊາດ ກ່ຽວກັບຜູ້ສູງອາຍຸ ໄລຍະ 10 ປີ;
  • ຮ່າງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດຮອດປີ 2050 ສະບັບປັບປຸງ;
  • ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ສະ ບັບປັບປຸງ;

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ່ງຕ່າງໆ, ບັນດາຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ໂດຍສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງ ທົ່ວສັງຄົມ ຈັດຕັ້ງປະຕິບັດແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ລວມທັງສຸມໃສ່ການແກ້ໄຂບັນຫາມົນລະພິດທາງອາກາດ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວລາວ ໃນໄລຍະກາງ ແລະ ໄລຍະຍາວ ເນື່ອງຈາກປັດຈຸບັນ ອາກາດຮ້ອນ ແລະ ມີສະພາບການຈູດປ່າ, ຈູດໄຮ່ ແລະ ຈູດນາເຮື້ອ ເພື່ອທໍາການຜະລິດ ເຮັດໃຫ້ເກີດໄຟໄໝ້ລາມປ່າ ແລະ ການຈູດຂີ້ເຫຍື້ອ.

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ - 4 - ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2024 ຈະຄົ້ນຄວ້າຫາລື ແລະ ແກ້ໄຂ 6 ວຽກງານສຳຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!