ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ

ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ - 647 - ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ
ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ - kitchen vibe - ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ

ວັນທີ 26 ເມສາ 2024 ນີ້, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ເຊິ່ງໄດ້ໂອ້ລົມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງທີ່ໄດ້ພ້ອມກັນເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ພ້ອມທັງຊີ້ນຳໃຫ້ເອົາໃຈໃສ່ວຽກງານພັດທະນາເສດຖະກິດ-ສັງຄົມ, ສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ ຍືນຍົງ, ສຸມໃສ່ພັດທະນາການທ່ອງທ່ຽວດ້ານທຳມະຊາດ, ວັດທະນາທຳ ຫລື ສ້າງແຫລ່ງທ່ອງທ່ຽວແບບຈຳລອງເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ.

ນອກນີ້, ກໍໃຫ້ຈັດສັນ ແລະ ຝຶກສີມືແຮງງານໃຫ້ກາຍເປັນແຮງງານທີ່ມີຄຸນນະພາບ ເພື່ອຕອບສະໜອງແຮງງານໃຫ້ພຽງພໍໃນແຕ່ລະດ້ານ, ອຳນວຍຄວາມສະດວກ ແລະ ສົ່ງເສີມນັກລົງທຶນທີ່ເຂົ້າມາລົງທຶນຕາມຄວາມເປັນຈິງ ແລະ ເບິ່ງທ່າແຮງຂອງແຂວງເພື່ອພັດທະນາດ້ານຕ່າງໆແນໃສ່ສ້າງຄວາມເຂັ້ມແຂງໃຫ້ກຸ້ມຕົນເອງໃນທຸກດ້ານ; ວຽກງານພັກ-ພະນັກງານເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກໃຫ້ລົງເລິກກວດເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມເສຍສະຫລະ, ຜູ້ທີ່ມີຄວາມກ້າຫານກ້າເຮັດກ້າຮັບຜິດຊອບ, ບໍ່ຫວັງຜົນປະໂຫຍດສ່ວນຕົວ.

ສໍາລັບວຽກງານກວດກາ ປັດຈຸບັນເປັນວຽກທີ່ມີຄວາມສຳຄັນເປັນຄວາມຫວັງຂອງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການຕີຖອຍປະກົດການຕ່າງໆໃນສັງຄົມສະນັ້ນ ຕ້ອງໄດ້ສ້າງຄວາມເຂັ້ມແຂງເປັນປັດໃຈໃນການຟື້ນຟູຍົກລະດັບບົດບາດເພື່ອຕີຖອຍປາກົດການສວຍໃຊ້ໜ້າທີ່ຕຳແໜ່ງໃນການຫາຜົນປະໂຫຍດສ່ວນຕົວ, ເປັນວຽກແຖວໜ້າເພາະການກົດໜ່ວງຖ່ວງດຶງສາມາດເກີດຂຶ້ນຢູ່ທຸກລະດັບການຈັດຕັ້ງ; ສະນັ້ນຄະນະພັກ, ຄະນະນຳຂອງແຂວງ ຈົ່ງຍົກລະດັບໃຫ້ກາຍເປັນວຽກແຖວໜ້າຊີ້ນຳຢ່າງເປັນລະບົບປົກກະຕິ ໃຫ້ໃຊ້ໜ້າທີ່ກວດກາຢ່າງເຕັມສ່ວນເອົາໃຈໃສ່ຊີ້ນຳ ແລະ ຊ່ວຍຊຸກຍູ້ໃຫ້ວຽກງານກວດກາຂອງພັກ-ລັດເຮົາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ຄະນະກວດກາແຕ່ລະຂັ້ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ.

ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ - 43825 1024x682 - ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ

ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ - 4 - ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!