ລາວກຽມສັກວັກຊີນປ້ອງກັນພະຍາດໂປລີໂອ

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ເພື່ອປະຕິບັດຄຳສັ່ງແນະນຳຂອງລັດຖະມົນຕີກະຊວງສາທາລະນະສຸກວ່າດ້ວຍການເອົາໃຈໃສ່ຍົກອັດຕາສັກຢາກັນພະຍາດໃຫ້ບັນລຸ 95% ໃນທ້າຍປີ 2017 ໃນທຸກແຂວງທົ່ວປະເທດ ແລະ ຄູ່ມືສຳລັບພະນັກງານແພດໃນການສັກວັກຊິນ IPV ຮອບຕະລຸມບອນເພື່ອປ້ອງກັນພະຍາດໂປລີໂອ, ເນື່ອງເດັກນ້ອຍໃນບາງເຂດ, ໂດຍສະເພາະແມ່ນໃນ 4 ແຂວງຄື: ແຂວງຊຽງຂວາງ, ວຽງຈັນ, ບໍລິຄຳໄຊ ແລະ ໄຊສົມບູນ ໄດ້ຮັບຜົນກະທົບຈາກພະຍາດຊຶມເຊື້ອຮ້າຍແຮງຈາກໂປລີໂອໃນທ້າຍປີ 2015 ຜ່ານມາ, ເຊິ່ງລວມມີ 11 ກໍລະນີ, ໃນນັ້ນເສຍຊີວິດ 2 ກໍລະນີຢູ່ເມືອງບໍລິຄັນແຂວງບໍລິຄຳໄຊ, ການເຈັບເປັນ, ພິການ ແລະ ເສຍຊີວິດຂອງລູກຫລານໄລຍະຜ່ານມາເຫັນໄດ້ວ່າລະບົບການປ້ອງກັນພະຍາດເວົ້າສະເພາະວຽກງານສັກຢາ-ຢອດຢາກັນພະຍາດຍັງມີຊ່ອງຫວ່າງເຮັດໃຫ້ພະຍາດອັນຕະລາຍນີ້ເກີດຂຶ້ນກັບລູກຫລານພວກເຮົາ ແລະ ເປັນສັນຍານເຕືອນວ່າພວກເຮົາຕ້ອງໄດ້ເອົາໃຈໃສ່ເພີ່ມຂຶ້ນໃນການປ້ອງກັນພະຍາດໂປລີໂອຄື:ຕ້ອງໄດ້ມີການໃຫ້ວັກຊິນທັງຊະນິດຢອດທາງປາກ ແລະ ຊະນິດສັກໄປພ້ອມກັນຈຶ່ງຈະໄດ້ຮັບຜົນດີທີ່ສຸດ, ໂດຍສະເພາະແມ່ນເດັກນ້ອຍລຸ່ມ 1 ປີ ແລະ ເດັກທີ່ດ້ອຍໂອກາດກ່ອນທີ່ອົງການຈັດຕັ້ງສາກົນຈະເຮັດການປະເມີນຜົນອີກເທື່ອໃໝ່ໃນຕົ້ນປີ 2018.