ໂທລະສັບງໍໄດ້ ອາດເລີ່ມຜະລິດໃນປີ 2020

-                                           1 - ໂທລະສັບງໍໄດ້ ອາດເລີ່ມຜະລິດໃນປີ 2020
- kitchen vibe - ໂທລະສັບງໍໄດ້ ອາດເລີ່ມຜະລິດໃນປີ 2020

ເວັບໄຊ The Bell ລາຍງານວ່າ Apple ກໍາລັງເຈລະຈາກັບ LG Display ໃນການຜະລິດຈໍ OLED ແບບ “ງໍໄດ້” ສໍາລັບ iPhone ຮຸ່ນໃຫມ່ໃນປີ 2020.

-                                           2 - ໂທລະສັບງໍໄດ້ ອາດເລີ່ມຜະລິດໃນປີ 2020

            Apple ຫາກໍເປີດຕົວ iPhone X ທີ່ມາພ້ອມກັບໜ້າຈໍ OLED ທີ່ຜະລິດໂດຍ Samsung Display ເປັນຮຸ່ນທໍາອິດ ແຕ່ໃນອີກບໍ່​ດົນ Apple ຈະປັບຮູບ​ແບບໃຫມ່ ໂດຍຈະໃຊ້ໜ້າຈໍແບບງໍໄດ້ ​ເຊິ່ງອາດໄດ້ຮັບການຜະລິດໂດຍ LG Display ເພື່ອເລັ່ງຕາມຄູ່ແຂ່ງສໍາຄັນເຊັ່ນ Samsung ທີ່ໄດ້ພັດທະນາໂທລະສັບໜ້າຈໍງໍໄດ້ມາກ່ອນແລ້ວຫຼາຍປີ.

ນອກຈາກນີ້ ຍັງມີລາຍງານວ່າ LG ໄດ້ພັດທະນາຈໍ OLED ງໍໄດ້ຮຸ່ນຕົ້ນແບບແລ້ວ ແລະ ກຽມທີ່ຈະຜະລິດຢ່າງຈິງຈັງໃນປີ 2020 ແຕ່ໃນຂະນະດຽວກັນ Samsung ກໍກຽມທີ່ຈະເປີດຕົວໂທລະສັບໜ້າຈໍງໍໄດ້ໃນປີ 2018 ນີ້.

- 5 - ໂທລະສັບງໍໄດ້ ອາດເລີ່ມຜະລິດໃນປີ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!