ເອຟເອ ບໍ່ລົງໂທດ ລູກາກູ ກໍລະນີຍົກຕີນສູງໃສ່ ລອຟເຣນ
October 17, 2017 - 3:53 PM




ໃນໄລຍະໜຶ່ງຂອງການ ແຂ່ງຂັນມັນມີຈັງຫວະທີ່ຕີນ ລູກາກູ ໄປຖືກໜ້າຂອງ ລອຟ ເຣນ ເຊິ່ງນັ້ນເຮັດໃຫ້ບາງຝ່າຍ ເບິ່ງວ່າ ລູກາກູ ຕັ້ງໃຈຫຼິ້ນອກ ເກມໃສ່ຄູ່ແຂ່ງ ແຕ່ ແກຣມ ຊູ ເນສ ຕຳນານກອງກາງຂອງ ລີເວີພູລ ກັບ ເທຍຣີ ອອງຣີ ອະ ດີດດາວຍິງຂອງ ອາເຊນອນ ເບິ່ງວ່າ ລູກາກູ ບໍ່ໄດ້ຕັ້ງໃຈຫຼິ້ນ ນອກເກມໃສ່ອີກຝ່າຍແຕ່ຢ່າງໃດ.
ຫຼ້າສຸດ ເອຟເອ ກໍຕັດສິນ ໃຈທີ່ຈະບໍ່ດຳເນີນການລົງ ໂທດຍ້ອນຫຼັງກັບ ລູກາກູ ເຊິ່ງ ນັ້ນຖືເປັນຂ່າວດີຂອງ ແມນ ເຊສເຕີ ຢູໄນເຕັດ ເພາະ ລູກາກູ ຖືເປັນກຳລັງສຳຄັນໃນການ ເຮັດປະຕູຂອງທີມໃນລະດູ ການນີ້ ຫຼັງຈາກເຮັດປະຕູໃນ ລີກໄປແລ້ວ 7 ປະຕູຈາກການ ລົງຫຼິ້ນ 8 ນັດ.