ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025

ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025 - CbkthzH007018 20240429 CBMFN0A001 scaled 1 - ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025
ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025 - kitchen vibe - ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025

      ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ: ເສດຖະກິດຂອງອິນໂດເນເຊຍຈະເຕີບໃຫຍ່ 5% ໃນປີນີ້ ແລະ ປີ 2025 ດ້ວຍປັດໄຈກະຕຸ້ນຈາກການບໍລິໂພກ ແລະ ການລົງທຶນຂອງເອກະຊົນພາຍໃນປະເທດ.

      ວັນທີ 30 ເມສາ, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ອັລເບິດ ປາຣກ ຫົວໜ້ານັກເສດຖະສາດ ADB ກ່າວວ່າ: ການບໍລິໂພກຂອງເອກະຊົນທີ່ແຂງແຮງ, ການໃຊ້ຈ່າຍໃນໂຄງລ່າງພື້ນຖານສາທາລະນະ ແລະ ການລົງທຶນທີ່ເພີ່ມຂຶ້ນ ຈະຊ່ວຍຮັກສາອັດຕາການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ GDP.

ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025 - Visit Laos Visit SALANA BOUTIQUE HOTEL - ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025

      ນອກຈາກນັ້ນ, ADB ຄາດຄະເນວ່າ: ການແກ້ໄຂດ້ານອຸປະທານທີ່ດີຂຶ້ນ ແລະ ການຄາດຄະເນອັດຕາເງິນເຟີ້ທີ່ຂະຫຍາຍຕົວຊ້າ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ຫລຸດລົງຈາກ 3,7% ໃນປີ 2023 ເຫລືອ 2,8% ໃນປີນີ້ ແລະ ປີ 2025 ແລະ ຄາດວ່າການເລືອກຕັ້ງທົ່ວໄປໃນເດືອນກຸມພາຜ່ານມາ ຈະຊ່ວຍເພີ່ມຄວາມເຊື່ອໝັ້ນຂອງນັກລົງທຶນ ແລະ ບໍລິສັດ.

      ເຖິງຢ່າງໃດກໍດີ, ທະນາຄານກາງອາເມລິກາ (FAD) ຍັງມີໂອກາດຈະຮັກສາອັດຕາດອກເບ້ຍໄວ້ໃນລະດັບສູງ ທ່າມກາງຄວາມບໍ່ແນ່ນອນທາງພູມສາດ ແລະ ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ເຊິ່ງອາດສົ່ງຜົນຕໍ່ຕ່ອງໂສ້ຄຸນຄ່າລະດັບໂລກ ແລະ ເລັ່ງການເກີດຜົນກະທົບຮຸນແຮງຍິ່ງຂຶ້ນໃນຂະແໜງການຄ້າ.

      ADB ຄາດຄະເນວ່າ: ອິນໂດເນເຊຍຈະມີລາຍໄດ້ສູງກວ່າທີ່ເຄີຍຄາດຄະເນໄວ້ ແລະ ຂາດດູນການຄ້າຫລຸດລົງ, ສ່ວນການໃຊ້ຈ່າຍໃນປີ 2024 ຈະເພີ່ມຂຶ້ນ 6,1% ແລະ ລາຍໄດ້ເພີ່ມຂຶ້ນ 1%.

ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025 - 4 - ADB ຄາດຄະເນ GDP ອິນໂດເນເຊຍຂະຫຍາຍຕົວ 5% ໃນປີ 2024-2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!