ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ

ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - 57VUAPGHLVJI3BNJQZDJ4ZPDYI - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ
ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - kitchen vibe - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ

     ຊາວປາແລັສຕິນຈໍານວນຫລາຍທະຍອຍອົບພະຍົບອອກຈາກເມືອງຣາຟາທາງຕອນໃຕ້ຂອງເຂດກາຊາ ຫລັງອິດສະລາແອນປະກາດເດີນໜ້າໂຈມຕີເມືອງຣາຟາຕໍ່ເນື່ອງ ແລະ ຢຶດຈຸດຂ້າມແດນເບື້ອງຕິດກັບຊາຍແດນອີຢິບໄດ້ສໍາເລັດ. ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ປະກາດເຕືອນວ່າ: ການໂຈມຕີຣາຟາອາດກາຍເປັນຄວາມຜິດພາດດ້ານຍຸດທະສາດ ແລະ ສ່ຽງເກີດວິກິດດ້ານມະນຸດສະທໍາຄັ້ງໃຫຍ່.

     ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຊີ້ວ່າ: ຂໍ້ສະເໜີຢຸດຍິງຊົ່ວຄາວຂອງຜູ້ແທນອີຢິບ ແລະ ກາຕາທີ່ກຸ່ມຮາມັດເຫັນພ້ອມນັ້ນ “ຍັງຫ່າງໄກ” ຈາກສິ່ງທີ່ລັດຖະບານອິດສະລາແອນຕ້ອງການ. ພ້ອມເນັ້ນວ່າ: ອິດສະລາແອນຈະບໍ່ຍອມປ່ອຍໃຫ້ກຸ່ມຮາມັດຟື້ນຟູລະບອບການປົກຄອງທີ່ຊົ່ວຮ້າຍຢູ່ເຂດກາຊາໄດ້ສໍາເລັດ ເຊິ່ງອາດມີສ່ວນຂັດຂວາງການເຈລະຈາຢຸດຍິງໃນອະນາຄົດ.

ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - Visit Laos Visit SALANA BOUTIQUE HOTEL - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ
ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - Visit Laos Visit SALANA BOUTIQUE HOTEL - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ

      ທ່ານ ບິລ ເບິນ ຜູ້ອໍານວຍການ CIA ຂອງອາເມລິກາ ກຽມເດີນທາງຢ້ຽມຢາມອິດສະລາແອນຢ່າງເປັນທາງການໃນວັນທີ 8 ພຶດສະພາ ເພື່ອເຂົ້າພົບທ່ານ ເນທັນຢາຮູ ແລະ ຫາລືເຖິງຄວາມເປັນໄປໄດ້ທີ່ຈະຢຸດປະຕິບັດການທາງທະຫານຢູ່ເມືອງຣາຟາ ເຊິ່ງເປັນພື້ນທີ່ທີ່ອິດສະລາແອນເຊື່ອວ່າເປັນຖານທີ່ໝັ້ນສຸດທ້າຍຂອງກຸ່ມຮາມັດຢູ່ເຂດກາຊາໃນໄລຍະເວລານີ້.

ອ້າງອີງ:

ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - 5 - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ
ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - 4 - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ
ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ - 3 - ຊາວປາແລັສຕິນອົບພະຍົບ ຫລັງອິດສະລາແອນໂຈມຕີເມືອງຣາຟາຕໍ່ເນື່ອງ