ເມືອງຮົ່ມເຜີຍແຜ່ຜົນສຳເລັດກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2017


ວັນທີ 17 ຕຸລານີ້, ທີ່ສະໂມ ສອນເມືອງຮົ່ມໄດ້ຈັດກອງປະຊຸມ ເຜີຍແຜ່ມະຕິກອງປະຊຸມລັດຖະ ບານ ເປີດກວ້າງຄັ້ງທີ I ປີ 2017, ໂດຍການເປັນ ປະທານຂອງທ່ານ ບຸນເລີດ ລໍ່ ຮອງເຈົ້າເມືອງ-ຮົ່ມ, ມີ ຫົວ ໜ້າ-ຮອງຫົວໜ້າຫ້ອງການ, ພ້ອມ ດ້ວຍພະນັກງານຫຼັກແຫຼ່ງ ຂອງເມືອງ, ອຳນາດການປົກ ຄອງອ້ອມຂ້າງເທສະບານເມືອງ ເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອຮັບຟັງຜົນສຳເລັດຂອງ ກອງປະຊຸມຂອງລັດຖະບານ ເປີດກວ້າງ ດັ່ງກ່າວທີ່ໄດ້ສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານ ແລະ ແຜນ ເງິນຕາ 6 ເດືອນຕົ້ນປີ, ຄາດຄະ ເນໝົດປີ 2017 ແລະ ທິດທາງ ແຜນການປີ 2018; ການລາຍ ງານກ່ຽວກັບການສະຫຼຸບຖອດຖອນບົດຮຽນ ແລະ ກຳນົດທິດ ທາງຜັນຂະຫຍາຍ ຜົນການ ເຄື່ອນໄຫວວຽກງານຕ່າງປະ ເທດຂອງພັກ ແລະ ລັດ; ສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດ ການຕົກລົງຂອງລັດຖະບານ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ກ່ຽວ ກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນ ຍ້າຍໄມ້ ແລະ ທຸລະກິດໄມ້; ພິຈາ ລະນາກ່ຽວກັບແຜນສົ່ງ ເສີມ ການທ່ອງ ທ່ຽວເພື່ອກະກຽມໃຫ້ ແກ່ການເປີດປີທ່ອງທ່ຽວລາວ 2018; ຮັບຟັງການລາຍງານ ກ່ຽວກັບສະພາບການແກ້ໄຂສິ່ງກີດຂວາງ ແລະ ການຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກການ ກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ.
+ ຊາວໜຸ່ມເມືອງຮົ່ມຮັບຟັງການແນະນຳວິທີຊອກວຽກເຮັດງານທຳ

