ຟີຈີຈະອອກພັນທະບັດຮັບມືການປ່ຽນແປງ ສະພາບອາກາດແຫ່ງທຳອິດຂອງໂລກ

ຟີຈີຈະອອກພັນທະບັດມູນຄ່າ 50 ລ້ານໂດລາສະຫະລັດ ໃນມໍ່ໆນີ້ ເພື່ອນຳເງິນໄປຮັບມືກັບຜົນກະທົບຈາກການປ່ຽນແປງສະພາບອາກາດໂລກ. ຖືເປັນປະເທດທຳອິດຂອງໂລກທີ່ອອກພັນທະບັດແບບນີ້.
ນາຍົກລັດຖະມົນຕີ ແຟຣງ ໄບນິມາຣາມາ ຂອງຟີຈີ ປະເທດເປັນເກາະຢູ່ມະຫາສະໝຸດປາຊີຟິກຕອນໃຕ້ ຖະແຫລງຮ່ວມກັບທະນາຄານໂລກໃນວັນທີ 18 ຕຸລາວ່າ: ຮູບແບບສະພາບອາກາດທີ່ປ່ຽນແປງ ແລະ ມີຄວາມຮຸນແຮງກຳລັງເປັນໄພຕໍ່ການພັດທະນາ, ຄວາມໝັ້ນຄົງ ແລະ ວິຖີຊີວິດຂອງຊາວຟີຈີທີ່ມີ 300 ເກາະສ່ຽງໄພຈາກລະດັບນ້ຳທະເລສູງຂຶ້ນ. ການອອກພັນທະບັດນີ້ເປັນການລະດົມເງິນເພື່ອນຳໄປໃຊ້ແກ້ໄຂບັນຫາຈາກການປ່ຽນແປງສະພາບອາກາດ, ໃຊ້ຫລຸດການປ່ອຍແກັສກາກບອນໄດອົກໄຊ ແລະ ເປັນຕົວຢ່າງໃຫ້ປະເທດອື່ນເລື່ອງການໃຊ້ນະວັດຕະກຳ ແລະ ຄວາມຄິດສ້າງສັນໃນການລະດົມເງິນ. ພັນທະບັດຈະແບ່ງເປັນໄລຍະ 5 ປີ ແລະ 13 ປີ ໃຫ້ຜົນຕອບແທນ 4% ແລະ 6,3% ຕາມລຳດັບ. ຟີຈີຈະເປັນເຈົ້າພາບກອງປະຊຸມການປ່ຽນແປງສະພາບອາກາດແຫ່ງສະຫະປະຊາຊາດ ຢູ່ເມືອງບອນ ຂອງເຢຍລະມັນ ລະຫວ່າງວັນທີ 6-17 ພະຈິກນີ້.
ນອກຈາກຟີຈີແລ້ວ, ໂປໂລຍ ແລະ ຝຣັ່ງ ກໍອອກພັນທະບັດຄ້າຍຄືກັນ ເປັນການລະດົມທຶນເພື່ອນຳໄປໃຊ້ສະໜັບສະໜູນພະລັງງານໝູນວຽນ, ອຸດໜູນອາຄານປະຢັດພະລັງງານ, ປູກຕົ້ນໄມ້ ແລະ ໂຄງການສິ່ງແວດລ້ອມອື່ນໆ, ແຕ່ມີສຽງວິຈານວ່າ: ຄ່ານິຍົມວ່າການລົງທຶນໃດເປັນການລົງທຶນເພື່ອສິ່ງແວດລ້ອມຍັງມີຄວາມບໍ່ລະອຽດ. ທະນາຄານໂລກຕີລາຄາວ່າ: ຕະຫລາດພັນທະບັດສີຂຽວທົ່ວໂລກໃນປີນີ້ຈະມີມູນຄ່າປະມານ 134.900 ລ້ານໂດລາສະຫະລັດ.