ສຸດຍອດ, ເມສຊີ ຍິງຟຣີຄລິກຄົບ 100 ປະຕູໃນເກມເອີຣົບແລ້ວ
October 19, 2017 - 3:20 PM




ເກມດັ່ງກ່າວ ເຄຣາດ ປີ ເກ້ ກອງຫຼັງ ບາເຊໂລນາ ຖືກ ໄລ່ອອກໃນໄລຍະກ່ອນຈົບ ເຄິ່ງເວລາທຳອິດ ແຕ່ເຈົ້າຖິ່ນກໍ ຍັງສາມາດເອົາຊະນະໄດ້ຢ່າງສະບາຍ ຂະນະທີ່ ເມສຊີ ມາ ຍິງປະຕູເປັນສະຖິຕິຂອງໂຕ ເອງຈາກລູກຟຣີຄລິກໃນນາທີ 61 ລວມທັງສົ່ງໃຫ້ ລູກາສ ດິດ ຍິງປະຕູທີ 3 ໃນເກມນີ້ ນຳອີກ.
ພາຍຫຼັງການແຂ່ງຂັນ ເອ ເນສໂຕ້ ບັລເບເດ້ ຜູ້ຈັດການ ຂອງທີມ ບາເຊໂລນາ ໄດ້ ອອກມາກ່າວວ່າ: “ຂ້ອຍຫວັງ ວ່າລາວຈະຍິງໄດ້ເຖິງ 200 ປະຕູໃນລະດູການນີ້ ໂຕເລກ ເຫຼົ່ານີ້ເປັນການຢືນຢັນເຖິງສິ່ງທີ່ເຮົາເຫັນຢູ່ທຸກມື້ໃນສະໜາມຊ້ອມ”.