ແຕ່ງຕັ້ງ ພົນຕີ ສາຍໃຈ ກົມມະສິດ ແລະ ພົນຕີ ປະສິດ ທ່ຽງທຳ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ

ວັນທີ 17 ພຶດສະພາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມໃຫຍ່, ເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ອີງຕາມການຕົກລົງເຫັນດີຂອງກຳມະການກົມການເມືອງສູນກາງພັກ. ນາຍົກລັດຖະມົນຕີ ອອກດໍາລັດແຕ່ງຕັ້ງບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຮອງຫົວໜ້າກົມໃຫຍ່ຄື: ແຕ່ງຕັ້ງ ພົນຕີ ສາຍໃຈ ກົມມະສິດ ແລະ ພົນຕີ ປະສິດ ທ່ຽງທຳ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ແຕ່ງຕັ້ງ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ.
ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງຮັກສາການ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຄື: ແຕ່ງຕັ້ງ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ແຕ່ງຕັ້ງ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.