ປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫລົດໃຈຕໍ່ເຫດການເຮລິຄອບເຕີ ປະທານາທິບໍດີ ອີຣານ ຕົກ ເສຍຊີວິດ


ວັນທີ 20 ພຶດສະພາ 2024 ນີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ອາຢາໂຕລາ ອາລີ ຄາເມເນອິ, ຜູ້ນໍາສູງສຸດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເນື້ອໃນສານຂຽນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງທີ່ໄດ້ຊາບຂ່າວກ່ຽວກັບການເສຍຊີວິດ ຂອງ ທ່ານ ເອບຣາຮິມ ໄຣຊີ, ປະທານາທິບໍດີ ແລະ ທ່ານ ຮຸດເຊນ ອາມີ ອັບດຸນລາຮຽນ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ພ້ອມດ້ວຍ ຄະນະຕິດຕາມ ໃນເຫດການຍົນຕົກ ຢູ່ພາກຕາເວັນຕົກສ່ຽງເໜືອ ຂອງອີຣານ ໃນວັນທີ 19 ພຶດສະພາ 2024 ນີ້.
ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ມາຍັງ ທ່ານ ແລະ ໂດຍຜ່ານ ທ່ານໄປຍັງລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ແລະ ຄອບຄົວ, ຍາດຕິພີ່ນ້ອງ ຂອງ ທ່ານ ເອບຣາຮິມ ໄຣຊີ ແລະ ຜູ້ໄດ້ຮັບເຄາະຮ້າາຍຈາກເຫດການໃນຄັ້ງນີ້.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ ເອບຣາຮິມ ໄຣຊີ, ພະນະທ່ານ ຮຸດເຊນ ອາມີ ອັບດຸນລາຮຽນ ແລະ ຜູ້ເສຍຊີວິດທັງໝົດ ຈົ່ງໄປສູ່ສຸກຄະຕິ ດ້ວຍເທີ້ນ.