U-19 ຝຶກຊ້ອມກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນເຕະບານຊີງແຊ໊ມອາຊີຮອບຄັດເລືອກ
October 22, 2017 - 2:07 PM




ທ່ານ ພອນປະເສີດ ເພັດ ຊົມພູ ຜູ້ຈັດການ U-19 ທີມ ຊາດລາວໃຫ້ສໍາພາດວ່າ: ພາຍຫລັງສໍາເລັດການເຂົ້າ ຮ່ວມແຂ່ງຂັນເຕະບານຊີງ ແຊ໊ມອາຊຽນຮຸ້ນອາຍຸບໍ່ເກີນ 18 ປີ ທີ່ປະເທດມຽນມາຈັດ ຂຶ້ນທ້າຍເດືອນກໍລະກົດຜ່ານມານີ້ ທາງຄະນະບໍລິຫານທີມ ຂອງພວກເຮົາກໍໄດ້ມີການ ຖອດຖອນບົດຮຽນຈາກການເຂົ້າຮ່ວມແຂ່ງຂັນລາຍການ ຕ່າງໆແລ້ວ ກໍຂຸ້ນຂ້ຽວຝຶກ ຊ້ອມນັກກິລາ ແລະ ຄັດເລືອກ ເອົານັກກິລາບັນຈຸ U-19 ໂດຍຄູຝຶກຈາກປະເທດຕວກກີ ກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນເຕະບານຊີງ ແຊ໊ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ໃນຮອບຄັດເລືອກທີ່ ເຂດປົກຄອງພິເສດໄຕ້ຫວັນ ເປັນເຈົ້າພາບເຊິ່ງຈະຈັດຂຶ້ນ ລະຫວ່າງວັນທີ 4-8 ພະຈິກ 2017 ນີ້ ເພື່ອຄັດເລືອກເອົາ ທີມທີ່ມີຄະແນນດີທີ່ສຸດເຂົ້າ ແຂ່ງຂັນຊີງແຊ໊ມອາຊີ 2018 ທີ່ປະເທດອິນໂດເນເຊຍເປັນ ເຈົ້າພາບ. ມາຮອດປັດຈຸບັນ ພວກເຮົາມີນັກກິລາທັງໝົດ 30 ຄົນ ຈາກການຄັດເລືອກ ໃນເບື້ອງຕົ້ນມີ 40 ຄົນ ຫລັງ ຈາກນັ້ນ, ທາງຄະນະບໍລິຫານ ທີມຈະຄັດເລືອກໃຫ້ໄດ້ 23 ຄົນ ໃນທ້າຍເດືອນນີ້ ເພື່ອເປັນ ຕົວແທນທີມຊາດລາວ ເຂົ້າ ຮ່ວມການແຂ່ງຂັນດັ່ງກ່າວ.
ທ່ານ ພອນປະເສີດ ເພັດ ຊົມພູ ໄດ້ກ່າວຕື່ມອີກວ່າ: ການ ເຂົ້າຮ່ວມແຂ່ງຂັນໃນຮອບຄັດເລືອກຄັ້ງນີ້ທີມຊາດລາວຖືກ ຈັດຢູ່ກຸ່ມ H ກໍຖືວ່າເປັນກຸ່ມ ທີ່ມີທີມແຂງແກ່ນພໍສົມຄວນ ໂດຍສະເພາະທີມຊາດຫວຽດນາມ ແຕ່ແນວໃດກໍຕາມພວກ ເຮົາກໍຈະສູ້ເຕັມທີ່ເພື່ອໃຫ້ຜ່ານ ເຂົ້າຮອບ 16 ທີມໃຫ້ໄດ້. ສໍາ ລັບການແຂ່ງຂັນຮອບຄັດເລືອກຄັ້ງນີ້ ມີ 40 ປະເທດໃນອາຊີ ເຂົ້າຮ່ວມເຊິ່ງແບ່ງອອກເປັນ 10 ກຸ່ມ, ແຕ່ລະກຸ່ມມີ 4 ທີມ ຫລັງຈາກນັ້ນຈຶ່ງດໍາເນີນການຄັດເລືອກເອົາອັນດັບທີ 1 ແລະ ອັນດັບທີ 2 ມີຄະແນນດີທີ່ສຸດ ເຂົ້າໃນຮອບ 16 ທີມສຸດທ້າຍ.
ສໍາລັບຕາຕະລາງແຂ່ງ ຂັນທີມຊາດລາວຈະລົງສະ ໜາມ 3 ນັດ, ນັດທໍາອິດ ວັນທີ 4 ພະຈິກ 2017 ເວລາ 19: 00 ໂມງ ພົບ ເຂດປົກຄອງ ພິເສດ ໄຕ້ຫວັນ; ນັດທີ 2 ລົງ ສະໜາມ ວັນທີ 6 ພະຈິກ 2017 ເວລາ 15:00 ໂມງ ພົບ ເຂດປົກຄອງພິເສດ ມາ ເກົາ ແລະ ນັດທີ 3 ວັນທີ 8 ພະ ຈິກ 2017 ເວລາ 15:00ໂມງ ພົບ ຫວຽດນາມ.