ເຊັນສັນຍາ ສ້ອມແປງເສັ້ນທາງເລກທີ 1505 ໄລຍະທີ 1-2 ເມືອງວຽງພູຄາ ແຂວງຫລວງນໍ້າ ລວມມູນຄ່າ 9 ຕື້ 300 ລ້ານກວ່າກີບ


ວັນທີ 21 ພຶດສະພາ 2024, ໄດ້ມີພິທີເຊັນສັນຍາໂຄງການສ້ອມແປງ (ຟື້ນຟູຄືນໃໝ່) ເສັ້ນທາງເລກທີ 1505 ຕອນທາງທີ1 ແລະ ຕອນທາງທີ 2 ລະຫ່ວາງ ຫ້ອງການໂຍທາທິກາານ ແລະ ຂົນສົ່ງເມືອງວຽງພູຄາ ເຊິ່ງເປັນເຈົ້າຂອງໂຄງການ ກັບ ບໍລິສັດ ໂຊກມຸງຄູນ ການຄ້າ ແລະ ການລົງທຶນ ຈໍາກັດຜູ້ດຽວ.
ທ່ານ ສົມລິດ ຄຸນມະນີວົງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ລາຍງານວ່າ: ໂຄງການສ້ອມແປງ (ຟື້ນຟູຄືນໃໝ່) ເສັ້ນທາງເລກທີ 1505 ໄລຍະຕອນທາງທີ1 ແລະ ໄລຍະຕອນທາງທີ 2 ໄປຫາບ້ານປາກຄານ ເມືອງວຽງພູຄາ ແຂວງຫລວງນໍ້າທາ ມີຄວາມຍາວທັງໝົດ 18 ກິໂລແມັດກວ່າ, ໜ້າທາງກວ້າງ 5 ແມັດ, ປູດ້ວຍດິນດີ ແລະ ອັດແໜ້ນ ລວມມູນຄ່າທັງໝົດ 9 ຕື້ 300 ລ້ານກວ່າກີບ. ໃນນັ້ນ ເສັ້ນທາງເລກທີ 1505 ຕອນທາງທີ1 ມູນຄ່າ 4 ຕື້ 800 ລ້ານກວ່າກີບ ແລະ ຕອນທາງທີ 2 ມູນຄ່າ 4 ຕື້ 500 ລ້ານກວ່າກີບ, ນຳໃຊ້ແຫລ່ງທຶນງົບປະມານຂອງລັດ, ເຊິ່ງຈະເລີ່ມລົງມືກໍ່ສ້າງນັບແຕ່ມື້ເຊັນສັນຍາ ແລະ ຄາດວ່າຈະໃຫ້ສຳເລັດໃນກາງເດືອນທັນວາ 2024 ນີ້.