ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ

ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ - 44536 - ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ
ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ - kitchen vibe - ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ

ກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈຳເດືອນພຶດສະພາ 2024, ດຳເນີນໄປໃນວັນທີ 23 ພຶດສະພາ 2024ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ກອງປະຊຸມ ຈະດໍາເນີນເປັນເວລາ 2 ວັນ ເຊິ່ງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ຫົວຂໍ້ສໍາຄັນຄື:

– ສະຫລຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2024 ຂອງລັດຖະບານ; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ

– ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ປ່າໄມ້.

– ຮ່າງດຳລັດ ວ່າດ້ວຍການກວດກາແຮງງານ.

– ຮ່າງດຳລັດ ວ່າດ້ວຍການສຶກສາພາກເອກະຊົນ.

– ລາຍງານຄວາມພ້ອມ ຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງລັດຖະບານ ຈະລາຍງານທັງໝົດ 6 ຫົວຂໍ້ ແລະ ຮ່າງກົດໝາຍ 4 ສະບັບ ຄື:ບົດລາຍງານລວມ ກ່ຽວກັບສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

– ບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ.

– ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ.

– ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ.

– ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານ ແຮ່ທາດ ໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດຂອງມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030.

– ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022.

– ລາຍງານ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 4 ສະບັບ ຄື: ກົດໝາຍ ວ່າດ້ວຍຊັບພະຍາກອນເປັນຢາ (ສະບັບສ້າງໃໝ່); ກົດໝາຍ ວ່າດ້ວຍສະຫະກອນ (ສະບັບສ້າງໃໝ່); ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ); ກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ).

ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ - 3 - ລັດຖະບານ ຫາລືຫລາຍວຽກງານສຳຄັນ ໂດຍສະເພາະຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ ກອງປະຊຸມສະພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!