ນະຄອນຫລວງວຽງຈັນ ຫາລື ແລະ ເລີ່ມຈັດຕັ້ງປະຕິບັດແກ້ໄຂບັນຫາປ້າຍໂຄສະນາບໍ່ຖືກຕ້ອງ

ວັນທີ 23 ພຶດສະພາ 2024 ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມປຶກສາຫາລືເປັນເອກະພາບແກ້ໄຂບັນຫາປ້າຍໂຄສະນາບໍ່ຖືກຕ້ອງໃນນະຄອນຫລວງວຽງຈັນ, ເປັນປະທານຂອງ ທ່ານ ນາງວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ, ພ້ອມມີພາກສ່ວນກ່ຽວຂ້ອງ 9 ຕົວເມືອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຫາລືການເຄື່ອນໄຫວວຽກງານຜ່ານມາ ແລະ ຜ່ານຮ່າງຕົກລົງແຕ່ງຕັ້ງຄະນະສະເພາະກິດ, ການແບ່ງໜ້າວຽກຮັບຜິດຊອບແຕ່ລະຂັ້ນ ເພື່ອຕິດຕາມກວດກາແກ້ໄຂບັນຫາປ້າຍໂຄສະນາບໍ່ຖືກຕ້ອງໄລຍະແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2024 ນີ້, ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂປາກົດການຫຍໍ້ທໍ້ ແລະ ຫາງສຽງສັງຄົມ ຕໍ່ກັບປ້າຍໂຄສະນາທີ່ຕັ້ງຢູ່ຈຸດຕ່າງໆໃນນະຄອນຫລວງວຽງຈັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຫລາຍຂຶ້ນ. ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 24 ພຶດສະພາ 2024 ເປັນຕົ້ນໄປ ຢູ່ເມືອງສີໂຄດຕະບອງ, ຈາກນັ້ນຈຶ່ງດຳເນີນໄປແຕ່ລະເມືອງຕາມລຳດັບ.