ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11

ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 - 447967937 1004105864736203 7257418703248281841 n - ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11
ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 - kitchen vibe - ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11

ນທີ 7 ມິຖຸນາ 2024 ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ພາວລາ ເພມພາໂລນີ (Paola Pampaloni) ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມຮັບຜິດຊອບ ຂົງເຂດອາຊີ ແລະ ປາຊີຟິກ ປະຈໍາ ສໍານັກງານການຕ່າງປະເທດ ອີຢູ; ມີກະຊວງທີ່ກ່ຽວຂ້ອງຂອງຝ່າຍລາວ, ບັນດາສະຖານທູດຈາກບາງປະເທດສະມາຊິກຂອງ ອີຢູ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ອີຢູ ແລະ ໄດ້ຮ່ວມກັນສະຫຼຸບຕີລາຄາ ກ່ຽວກັບ ຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືໃນແຕ່ລະຂົງເຂດວຽກງານ ທີ່ ອີຢູ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ໃນວຽກງານການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຮັບຟັງການລາຍງານໂດຍຫຍໍ້ຜົນກອງປະຊຸມຜ່ານມາ ຂອງ 3 ໜ່ວຍງານຮ່ວມມືລາວ-ອີຢູ ທີ່ຢູພາຍໃຕ້ກົນໄກຂອງກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ເຊັ່ນ: ໜ່ວຍງານວຽກການຮ່ວມມື, ໜ່ວຍງານວຽກງານການຄ້າ ແລະ ການລົງທຶນ ພ້ອມທັງ ໜ່ວຍງານວຽກງານສິດທິມະນຸດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປືກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນຂະແໜງປ່າໄມ້, ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ການຮ່ວມມືໃນຂອບອາຊຽນ-ອີຢູ ລວມທັງ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ບັນຫາອື່ນໆ ເຊັ່ນ: ການທູດດ້ານນໍ້າໃນພາກພື້ນທາງນໍ້າ ແລະ ບັນຫາຕ້ານການຟອກເງິນ. ສອງຝ່າຍ ຍັງໄດ້ກໍານົດທິດທາງການພັດທະນາ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ.

ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11

ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ອີຢູ ກໍຄື ປະຊາຊົນ ອີຢູ ທີ່ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຊຶ່ງໃນນັ້ນ, ອັນພົ້ນເດັ່ນ ແມ່ນການສະໜັບສະໜູນ ໃນຫຼາຍໂຄງການ ໂດຍຜ່ານ ແຜນງານການສະໜັບສະໜູນ ຂອງ Team Europe ເປັນຕົ້ນ ແມ່ນການສຶກສາ, ໂພຊະນາການ, ການປົກຄອງທີ່ດີ ແລະ ອື່ນໆ. ການສະໜັບສະໜູນດັ່ງກ່າວ ແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຊ່ວຍເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາໄດ້ຫຼາຍດ້ານ ເພື່ອແນໃສ່ເຮັດໃຫ້ຊິວິດການເປັນຢູ ຂອງ ປະຊາຊົນລາວ ດີຂຶ້ນເປັນກ້າວໆ ແລະ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

ຝ່າຍອີຢູ ໄດ້ສະແດງຄວາມຊົມເຊີຍ ການເປັນປະທານອາຊຽນຂອງ ສປປ ລາວ ແລະ ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຊ່ວຍໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ພ້ອມທັງ ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 ໄດ້ດໍາເນີນໄປພາຍໃຕ້ບັນຍາກາດທີ່ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າອົກເຂົ້າໃຈກັນ ພ້ອມທັງ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ຊຶ່ງເປັນນິມິດໝາຍອັນດີໃຫ້ແກ່ການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ ໃນຕໍ່ໜ້າ.

ຂ່າວ: ກະຊວງການຕ່າງປະເທດ

ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 - 3 - ກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!