4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ

4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - 11 1 - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ
4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - kitchen vibe - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ

      ກອງທັບອິດສະລາແອນຊ່ວຍເຫລືອ 4 ຕົວປະກັນຮາມັດທີ່ຖືກຄວບຄຸມຕົວຢູ່ອາພາດເມັນແຫ່ງໜຶ່ງໃນເມືອງອັລນູເຊຣັດ ທາງຕອນກາງຂອງເຂດກາຊາໄດ້ສໍາເລັດໃນວັນທີ 8 ມິຖຸນາ ໂດຍຕົວປະກັນກຸ່ມຫລ້າສຸດທີ່ໄດ້ຮັບການຊ່ວຍເຫລືອຖືກນໍາສົ່ງໂຮງໝໍ ເພື່ອກວດສຸຂະພາບ ແລະ ອາການບາດເຈັບ ກ່ອນທັງໝົດຈະໄດ້ພົບກັບຄອບຄົວຂອງພວກເຂົາອີກເທື່ອໜຶ່ງ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ.

      ອິດສະລາແອນເປີດເຜີຍວ່າ: 4 ຕົວປະກັນນີ້ປະກອບມີ: ໂນອາ ອາຣກາມານີ ອາຍຸ 26 ປີ, ມີອາ ແຈນ ອາຍຸ 22 ປີ, ອັງເດຣ ຄໍລອບ ອາຍຸ 27 ປີ ແລະ ຊາໂລມີ ຊິບ ອາຍຸ 41 ປີ ທັງໝົດຖືກລັກພາຕົວໄປຈາກງານເທດສະການດົນຕຣີ Nova ເຊິ່ງຢູ່ບໍ່ໄກຈາກເຂດກາຊາ ຫລັງກຸ່ມຮາມັດເລີ່ມໂຈມຕີອິດສະລາແອນໃນວັນທີ 7 ຕຸລາປີຜ່ານມາ.

4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - Visit Laos Visit SALANA BOUTIQUE HOTEL - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ
4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - Visit Laos Visit SALANA BOUTIQUE HOTEL - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ

      ທ່ານ ໄອແຊ໊ກ ເຮີຊ໊ອກ ປະທານາທິບໍດີອິດສະລາແອນ ໂທລະສັບເຖິງກຸ່ມຕົວປະກັນ ພ້ອມລະບຸວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ໄດ້ຍິນສຽງຂອງພວກທ່ານອີກ… ຍິນດີຕ້ອນຮັບກັບເຮືອນ.

      ຂະນະທີ່ທາງການປາແລັສຕິນຢູ່ເຂດກາຊາລະບຸວ່າ: ມີຊາວປາແລັສຕິນຢູ່ອັລນູເຊຣັດເສຍຊີວິດ 210 ກວ່າຄົນ ຈາກປະຕິບັດການທາງທະຫານເພື່ອກວາດລ້າງກຸ່ມຮາມັດ ແລະ ຊ່ວຍເຫລືອຕົວປະກັນຂອງກອງທັບອິດສະລາແອນໃນຄັ້ງນີ້. ຖືເປັນໜຶ່ງໃນເຫດໂຈມຕີຮຸນແຮງທີ່ສຸດນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມຂຶ້ນ.

       ປັດຈຸບັນ ຈໍານວນຜູ້ເສຍຊີວິດສະສົມຢູ່ເຂດກາຊາແລ້ວຢ່າງໜ້ອຍ 36,800 ຄົນ. ຂະນະທີ່ຈໍານວນຜູ້ເສຍຊີວິດຢູ່ອິດສະລາແອນມີປະມານ 1,200 ຄົນ ໂດຍກອງທັບອິດສະລາແອນຄາດວ່າ: ມີຕົວປະກັນອີກ 116 ຄົນທີ່ຍັງບໍ່ໄດ້ຮັບການປ່ອຍຕົວ. ຂະນະທີ່ອີກຢ່າງໜ້ອຍ 40 ຄົນອາດເສຍຊີວິດແລ້ວຂະນະທີ່ຖືກຄວບຄຸມ.

ອ້າງອີງ:

4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - 4 - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ
4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - 5 - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ
4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ - 3 - 4 ຕົວປະກັນຮາມັດກຸ່ມຫລ້າສຸດໄດ້ຮັບການຊ່ວຍເຫລືອ ຫລັງຖືກລັກພາຕົວໄປກວ່າ 8 ເດືອນ