5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1%

5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1% - 447895581 985776230218529 5802674230972899335 n - 5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1%
5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1% - kitchen vibe - 5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1%

ວັນທີ 10 ມິຖຸນາ 2024 ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ເພື່ອສືບຕໍ່ຟື້ນຟູສະເຖຍລະພາບດ້ານເງິນຕາແຫ່ງຊາດ ແລະ ເພື່ອເຮັດໃຫ້ອັດຕາແລກປ່ຽນກ້າວເຂົ້າສູ່ຄວາມໝັ້ນທ່ຽງເທື່ອລະກ້າວ ແລະ ອັດຕາເງິນເຟີ້ ສືບຕໍ່ຫລຸດລົງ, ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ສຸມໃສ່ດຳເນີນນະໂຍບາຍເງິນຕາຢ່າງຮັດກຸມ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ, ຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ, ຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນຈັງຫວະທີ່ບໍ່ສູງເກີນໄປ, ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາລະບົບການຊຳລະໃຫ້ທັນສະໄໝ ສາມາດເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນຫລາຍຂຶ້ນ. ຂະນະທີ່ອັດຕາເງິນເຟີ້ ໄລຍະ 5 ເດືອນຕົ້ນປີ2024 ສະເລ່ຍຢູ່ໃນລະດັບ 25.1% (ສະເພາະ ເດືອນພຶດສະພາ 2024 ຢູ່ໃນລະດັບ 25,8%) ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ ບໍ່ເກີນ 9% ຫລື 1 ຕົວເລກ).

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 6 ເດືອນ ທ້າຍປີ 2024 ນີ້, ທຫລ ຈະສືບຕໍ່ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະເຖຍລະພາບດີຂຶ້ນ ແລະ ຈະແກ້ໄຂບັນຫາຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ ທີ່ຈໍາເປັນທີ່ສຸດ ໃນໄລຍະຕໍ່ໜ້າ. ສຳລັບການປະຕິ ບັດນະໂຍບາຍເສດຖະກິດມະຫາພາກ ໂດຍສະເພາະນະໂຍບາຍເງິນຕາ ແມ່ນຕ້ອງຍຶດຖືເອົາການຮັກສາສະຖຽນລະພາບ ຄ່າເງິນກີບເປັນອັນຕົ້ນຕໍ ເພື່ອດຶງຄວາມເຊື່ອໝັ້ນຂອງສັງຄົມໃຫ້ກັບມາຖືຄອງເງິນກີບ, ພ້ອມທັງ ຈະສືບຕໍ່ດຳເນີນນະໂຍບາຍເງິນຕາ ໃນທິດທາງຮັດກຸມ ແລະ ລະມັດລະວັງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາ.

ພ້ອມນີ້, ຈະເພີ່ມປະສິດທິພາບ ໃນການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ, ຄຸ້ມຄອງປະລິມານເງິນ ໃນຂອດຈໍລະຈອນ(M2) ໃຫ້ຢູ່ໃນລະດັບທີ່ເໝາະສົມ, ສິນເຊື່ອຂະຫຍາຍຕົວຢູ່ໃນລະດັບປານກາງ, ຄຸ້ມຄອງສິນເຊື່ອໄປຕາມທິດທາງການພັດທະນາຂອງລັດຖະບານ, ແລະ ອື່ນໆ.

5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1% - 4 - 5 ເດືອນຕົ້ນປີ2024 ອັດຕາເງິນເຟີ້ຂອງລາວ ສະເລ່ຍຢູ່ໃນລະດັບ 25.1%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!