ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - 448388268 851536767011516 4544402717747206238 n - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V
ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - kitchen vibe - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກກະຊວງ ແລະ ບັນດາສະຫາຍໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໃນນາມເປັນປະທານກອງປະຊຸມໄດ້ກ່າວໄຂກອງປະຊຸມວ່າ: 6 ເດືອນຕົ້ນປີ 2024 ນີ້, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ, ກໍຄືຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນສຸ່ມໃສ່ນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າສູ່ລວງເລິກຂອງກົມກອງ-ທ້ອງຖິ່ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ນັບທັງລະດັບສາກົນ ແລະ ລະດັບຊາດ, ສາມາດເຮັດໃຫ້ສະພາບທົ່ວປະເທດ ມີຄວາມສະຫງົບໂດຍພື້ນຖານ, ສະຖຽນລະພາບດ້ານການເມືອງ ຍັງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການແກ້ໄຂດີຂື້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ. ເຊິ່ງກອງປະຊຸມຈະໄດ້ສຸມໃສ່ສະຫຼຸບຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໃນໄລຍະ 6 ເດືອນຕົ້ນປີ ແລະ ກໍານົດທິດທາງສຸມໃສ່ນໍາພາ 6 ເດືອນທ້າຍປີ 2024 ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ. ໃນການຄົ້ນຄ້ວາເນື້ອໃນກອງປະຊຸມຄັ້ງນີ້, ຈິດໃຈແມ່ນໃຫ້ພວກເຮົາມີຄວາມເປັນເອກະພາບ ໃນການຕີລາຄາສະພາບການຈັດຕັ້ງນໍາພາ-ຊີ້ນໍາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງທາງດ້ານແນວຄິດ-ການເມືອງ, ທັດສະນະຄວາມໝັກແໜ້ນ, ແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີວິດ ໃຫ້ຖືກຕ້ອງທັນສະພາບການ ແລະ ຮັບປະກັນໃຫ້ການກໍານົດແຜນວຽກຈຸດສຸມໃນຕໍ່ໜ້າ ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ ແລະ ຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ດ້ວຍຈິດໃຈບຸກທະລຸ ມີການຫັນປ່ຽນໃໝ່ທີ່ດີຂື້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ ເພື່ອຮັບປະກັນໃຫ້ແກ່ການກຽມຄວາມພ້ອມ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໃນປີຕໍ່ໜ້າ. ກອງປະຊຸມດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V
ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານພັກກະຊວງປ້ອງກັນປະເທດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄຳເຫັນ ໃສ່ເນື້ອໃນກອງປະຊຸມໃນຄັ້ງນີ້ ໃຫ້ມີຜົນສຳເລັດ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - 447966167 851536807011512 2271459369426442270 n 1024x682 - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - 5 - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V
ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - 4 - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V
ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V - 3 - ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V