ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ

ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ - IMG 102 - ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ
ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ - kitchen vibe - ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ

ວັນທີ 18 ມິຖຸນາ 2024, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຈັດພິທີເຊັນຮັບຮອງເອກະສານໂຄງການ (ສະບັບປັບປຸງ) ແລະ ກອງປະຊຸມຄະນະຊີ້ນຳ ແລະ ຄຸ້ມຄອງໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາ ແບບມີສ່ວນຮ່ວມ “National Planning and Financing for Inclusive Development Project” ຢູ່ນະຄອນຫລວງວຽງຈັນ. ເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີທ່ານ ນາງ ມາຕິນ ເທເຣີ, ຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ.

ໃນພິທີ, ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ: ໂຄງການນີ້ມີ 3 ເປົ້າໝາຍຫລັກ ຄື: 1. ບັນດາໜ່ວຍງານຮັບຜິດຊອບການວາງແຜນເສດຖະກິດ-ສັງຄົມ ແຫ່ງຊາດ ໄດ້ຈັດຕັ້ງປະຕິບັດວຽກງານການວາງແຜນໂດຍອີງໃສ່ຜົນໄດ້ຮັບ ເຊິ່ງຈະນໍາມາສູ່ການມີສ່ວນຮ່ວມ ແລະ ການຮ່ວມມືຢ່າງມີປະສິດທິຜົນ, ສອດຄ່ອງກັບ ຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ ແລະ ຍຸດທະສາດການເງິນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX; 2. ບັນດາຂໍ້ລິເລີ່ມ ແລະ ຄວາມອາດສາມາດແຫ່ງຊາດທີ່ເປັນເປົ້າໝາຍ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ກົນໄກການຕິດຕາມ, ກວດກາດ້ານການເງິນ ແລະ ການວາງແຜນ ໃນຫລາຍໆດ້ານ ໂດຍຜ່ານການການເຊື່ອມໂຍງ ແລະ ການປະສານງານທີ່ກົມກຽວ ແລະ 3. ລັດຖະບານມີຄວາມພ້ອມ ໃນການເຊື່ອມໂຍງກອບການເງິນແຫ່ງຊາດທີ່ມີປະສິດທິຜົນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ໂຄງການ ການວາງແຜນ ແລະ ການເງິນແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ (NPFID) ສ້າງຂຶ້ນ ເພື່ອປັບປຸງກົນໄກການປະສານງານຂອງ ບັນດາໜ່ວຍງານທີ່ສໍາຄັນຂອງລັດຖະບານ ທີ່ມີໜ້າທີ່ຮັບຜິດຊອບໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຫ່ງຊາດ ໂດຍສະເພາະແມ່ນການປະສານງານ ແລະ ການຮ່ວມມື ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງການຕ່າງປະເທດ ເພື່ອສ້າງແຜນພັດທະນາຮ່ວມກັນໃຫ້ສອດຄ່ອງກັບຂະບວນການສ້າງແຜນງົບປະມານ ແລະ ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ນີ້ເປັນປີທີ 2ແລ້ວທີ່ໄດ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ໄດ້ທຶນເພີ່ມຈາກ ຫ້ອງການພັດທະນາສາກົນ ປະເທດ ສ.ອາເມລິກາ (USAID) ແລະ ກະຊວງການຕ່າງປະເທດ – ການຄ້າ ປະເທດ ນິວຊີແລນ (NZ-FMAT) ສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງ ແລະການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມຂອງລາວ. ການເພີ່ມງົບປະມານດັ່ງກ່າວ ຈະຊ່ວຍໃຫ້ໂຄງການສາມາດຂະຫຍາຍໄລຍະເວລາການຈັດຕັ້ງປະຕິບັດໄປຮອດເດືອນ ມິຖຸນາ 2026 ແລະ ຂະຫຍາຍຂົງເຂດການສະໜັບສະໜູນອອກຕື່ມອີກ ເຊິ່ງເປັນຂົງເຂດທີ່ສຳຄັນໃນການການສ້າງແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 10 ໂດຍສະເພາະການມີສ່ວນຮ່ວມຂອງຫລາຍພາກສ່ວນ ທັ້ງນີ້ ກໍ່ເພື່ອສ້າງຄວາມຍືນຍົງ ແລະ ບັນລຸວິໄສທັດ 2030 ອັນຈະນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ - 5 - ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!