ເຈົ້າໜ້າທີ່ແຈ້ງເສັ້ນທາງສັນຈອນໃນງານບຸນທາດຫລວງ

ໃນກອງປະຊຸມຜ່ານແຜນວຽກງານປ້ອງກັນບຸນພະທາດຫລວງ ແລະ ພິທີເປີດປີທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ເຊິ່ງທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ງານບຸນພະທາດຫລວງວຽງຈັນ ແລະ ພິທີເປີດປີທ່ອງທ່ຽວລາວ ແມ່ນຈະຈັດກຳລັງເຈົ້າໜ້າທີ່ຈະລາຈອນ 350 ຄົນ ເຂົ້າໃນຈຸດປ້ອງກັນຕາມເສັ້ນທາງຕ່າງໆລວມ 65 ຈຸດ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ລະບາຍການສັນຈອນໃຫ້ມີຄວາມສະດວກໂລ່ງລ່ຽນ.
ຫົວໜ້າຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ກໍດັ່ງຫລາຍປີຜ່ານມາ ສະພາບການສັນຈອນໃນໄລຍະງານບຸນທາດຫລວງແມ່ນມີຄວາມແອອັດ ໂດຍສະເພາະຢູ່ຕາມເສັ້ນທາງທີ່ໃກ້ກັບບໍລິເວນເດີ່ນທາດຫລວງ ຄືເສັ້ນທາງໄກສອນ, ເສັ້ນທາງໜອງບອນ, ເສັ້ນທາງກຳແພງເມືອງ ແລະ ເສັ້ນທາງທາດຫລວງ ແລະ ອື່ນໆ. ດັ່ງນັ້ນ ຈຶ່ງໄດ້ຈັດກຳລັງລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນໃນເຂດເສັ້ນທາງດັ່ງກ່າວໃຫ້ຮັບປະກັນ ແລະ ໄດ້ກຳນົດສັນຈອນໃນໄລຍະນີ້ຕື່ມອີກ ຄືພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກທີ 10, ເສັ້ນທາງດອນໜູນຕໍ່ໃສ່ເສັ້ນທາງໄກສອນ ຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ ເມື່ອມາຮອດໄຟແດງໜອງໜ່ຽງແລ້ວແມ່ນໃຫ້ລ້ຽວຊ້າຍເຂົ້າໄປຕາມເສັ້ນທາງບ້ານໜອງໜ່ຽງອອກໃສ່ບ້ານວັງຊາຍແລ້ວໄປຕາມຈຸດປະສົງ ຫລື ລ້ຽວຂວາອອກໃສ່ເສັ້ນທາງໂຮງໝໍມິດຕະພາບ 150 ຕຽງ, ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບໃຫ້ໃຊ້ເສັ້ນທາງໜອງບຶກ-ດົງໂດກອອກໃສ່ເສັ້ນທາງ 450 ປີ, ຖ້າມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດໄຟແດງດົງໂດກແມ່ນໃຫ້ລ້ຽວຊ້າຍອອກໄປ, ສ່ວນລົດບັນທຸກທີ່ມາແຕ່ເສັ້ນທາງ 13 ໃຕ້ມີຈຸດປະສົງໄປຂົວມິດຕະພາບ ມາຮອດໄຟແດງຫລັກ 21 ໃຫ້ລ້ຽວຊ້າຍອອກໃສ່ເສັ້ນທາງ 450 ປີ, ກໍລະນີການສັນຈອນມີຄວາມສັບສົນ ເຈົ້າໜ້າທີ່ຈະໄດ້ແຍກລົດຢູ່ຈຸດໄຟແດງດົງໂດກ ແລະ ຈຸດໄຟແດງໜອງໜ່ຽງໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ-ໜອງບຶກຕັດເຂົ້າມາໃສ່ເສັ້ນທາງດົງໂດກ-ໂພນຕ້ອງ, ຕານມີໄຊ-ດອນແດງເຂົ້າມາຕົວເມືອງໃຫ້ສະດວກ.