ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່

ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - bsh1 - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່
ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - kitchen vibe - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່

ວັນທີ 21 ມິຖຸນາ 2024 ບໍລິສັດ ປະກັນໄພ BSH Laos ໄດ້ຈັດກອງປະຊຸມສະໄໝສາມັນຜູ້ຖືຫຸ້ນປະຈຳປີ 2024 ໂດຍກອງປະຊຸມໄດ້ເລືອກຕັ້ງເອົາຫຼາຍຕໍາແໜ່ງທີ່ສຳຄັນໃນໂຄງສ້າງບໍລິຫານ ແລະ ທິດທາງການດໍາເນີນທຸລະກິດ, ແຜນປະຕິບັດງານຂອງບໍລິສັດໃນອະນາຄົດ.

ຕາມ​ການ​ປະກາດ​ຂອງ​ບໍ​ລິ​ສັດ, ທ່ານ Do Dang Khang – ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນສ່ວນ​ປະ​ກັນ​ໄພ ​ໄຊ​ງ່ອນ – ຮ່າ​ໂນ້ຍ (BSH vietnam) ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ບໍລິຫານ BSH Laos. ທ່ານ ​ນາງ Tran Bich Hop ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຫົວໜ້າ​ຄະນະ​ກວດກາ. ພ້ອມດຽວກັນນັ້ນ, ທ່ານ Nguyen Mau Hung Minh ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ BSH Laos.

ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່
ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - bsh2 - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່

ທ່ານ Kim Kang Wook – ປະທານ​ BSH ຫວຽດນາມ ​ມອບ​ດອກ​ໄມ້​ອວຍພອນ​ທ່ານ Do Dang Khan – ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ BSH vietnam ​ແລະ ປະທານ​ສະພາ​ບໍລິຫານ BSH Laos.

ການແຕ່ງຕັ້ງຄັ້ງນີ້ ເປັນຂີດໝາຍອັນສຳຄັນ ໃນຂະບວນການພັດທະນາ BSH Laos. ທ່ານ Do Dang Khang ແລະ ທ່ານ Nguyen Mau Hung Minh ລ້ວນແລ້ວແຕ່ເປັນຜູ້ທີ່ມີປະສົບການຫຼາຍປີ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕະຫຼາດປະກັນໄພລາວ, ເປັນສັນຍານວ່າຈະນຳຄວາມກ້າວໜ້າອັນໃຫຍ່ຫຼວງມາໃຫ້ບໍລິສັດໃນອະນາຄົດອັນໃກ້ນີ້. ຄະນະການນຳຊຸດໃໝ່ມຸ່ງໝັ້ນສືບຕໍ່ພັດທະນາການບໍລິການປະກັນໄພທີ່ມີຄຸນນະພາບ, ຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາຂະແໜງປະກັນໄພໃນລາວ.

ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - bsh3 - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່

ທ່ານ Kim Kang Wook – ປະທານ​ BSH vietnam ພ້ອມດ້ວຍສະມາຊິກສະພາບໍລິຫານ BSH Laos ອວຍພອນທ່ານ Nguyen Mau Hung Minh – ຜູ້ອໍານວຍການ BSH Laos ຄົນໃໝ່

ຕາມການລາຍງານຂອງ BSH, ການປ່ຽນແປງນີ້ຈຸດປະສົງກໍ່ເພື່ອການປັບປຸງປະສິດທິພາບການເຄື່ອນໄຫວ, ເສີມສ້າງສະຖານະຂອງຕົນໃນຕະຫຼາດ ແລະ ນໍາເອົາມູນຄ່າທີ່ຍືນຍົງໃຫ້ແກ່ລູກຄ້າ, ຄູ່ຮ່ວມມື, ຜູ້ຖືຫຸ້ນ ແລະ ສັງຄົມລາວ.

ທ່ານ Kim Kang Wook, ປະທານ BSH ມອບດອກໄມ້ອວຍພອນ ທ່ານ ນາງ Tran Bich Hop, ຫົວໜ້າຄະນະກວດກາ BSH Laos.

ອີງຕາມການແນະນໍາຂອງບໍລິສັດ, ບໍລິສັດ ປະກັນໄພ BSH Laos ໄດ້ສ້າງຕັ້ງຂຶ້ນ ແລະ ດໍາເນີນທຸລະກິດຢ່າງເປັນທາງການໃນປີ 2017, ພາຍໃຕ້ການຮ່ວມມືຂອງບໍລິສັດຫຸ້ນສ່ວນປະກັນໄພ ໄຊງ່ອນ-ຮ່າໂນ້ຍ (BSH vietnam), ບໍລິສັດແມ່ – ກວມເອົາ 80% ຂອງທຶນ ແລະ ບໍລິສັດ ພັດທະນາເທັກໂນໂລຍີ ຈຳກັດ S-TECH (ຜູ້ຖືຫຸ້ນຝ່າຍລາວ) ກວມເອົາ 20% ຂອງທຶນ.

ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - bsh4 - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່

ຈາກປະສົບການຂອງບໍລິສັດ BSH vietnam ແລະ DB Insurance Group – ຜູ້ຖືຫຸ້ນຍຸດທະສາດຈາກ ເກົາຫຼີ, ພ້ອມດ້ວຍການສະໜັບສະໜູນຈາກ T&T Group, ທະນາຄານ SHB Laos ແລະ ຜູ້ຖືຫຸ້ນຝ່າຍລາວ, BSH Laos ມີບາດກ້າວການພັດທະນາຢ່າງແຂງແຮງ, ດ້ວຍອັດຕາການຂະຫຍາຍຕົວສະເລ່ຍ 90%/ປີ ໃນ 2 ປີ 2022-2023.

ປະຈຸ​ບັນ, BSH Laos ມີ​ຢູ່​ທຸກ​ແຂວງ/ນະຄອນ​ຂອງ​ລາວ, ​ສຳນັກງານ​ໃຫຍ່​ຢູ່​ນະຄອນຫຼວງ​ວຽງ​ຈັນ, ມີ​ສຳນັກງານ​ຜູ້ຕາງໜ້າ​ຢູ່​ພາກ​ໃຕ້​ຂອງ​ລາວ ​ແລະ ຕົວແທນຫຼາຍກວ່າ 300 ຕົວແທນ​​ໃນ​ທົ່ວ​ປະ​ເທດ, ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ທະນາ​ຄານ​ຫວຽດນາມ ​ໃນ​ລາວ, ສະໜອງກ່ວາ 50 ຜະລິດຕະພັນປະກັນໄພ, ລວມທັງປະກັນໄພຍານພາຫະນະ, ປະກັນໄພຄົນ, ການປະກັນໄພອັກຄີໄຟ ແລະ ການລະເບີດ – ປະກັນໄພ ຊັບສິນເຕັກນິກ ແລະ ປະກັນໄພການຂົນສົ່ງສິນຄ້າ.

ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່ - 4 - ບໍລິສັດ ປະກັນໄພ BSH Laos ເປີດໂຕຄະນະບໍລິຫານງານຊຸດໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!