ທີມຊາດອັງກິດ ໄດ້ແຊ໊ມບານໂລກ U-17 ເປັນຄັ້ງທຳອິດໄປຄອງ
October 29, 2017 - 2:21 PM




ໂດຍ ອັງກິດ ໄດ້ປະຕູ ຈາກ ໄຣອັນ ບຣິວສະເຕີ ນາທີ 44, ມໍແກນ ກິບໄວ ນາທີ 58, ຟິລິບ ໂຟເດນ ນາທີ 69 ແລະ 88, ມາກ ກູຮີ ນາທີ 84. ສ່ວນ ທາງ ສະເປນ ໄດ້ປະຕູຈາກ ເຊຄິໂອ ໂກເມດ ນາທີ 10 ແລະ 31.
ສຳລັບລາງວັນນັກເຕະດີເດັ່ນປະຈຳທົວນາເມນບານ ຄຳໄດ້ແກ່ ຟິລິບ ໂຟເດນ ຈາກ ອັງກິດ, ລາງວັນດາວ ຍິງສູງ ສຸດເກີບຄຳໄດ້ແກ່ ໄຣອັນ ບຣິວສະເຕີ ຈາກ ອັງກິດ 8 ປະ ຕູ, ລາງວັນຜູ້ຮັກສາປະ ຕູດີ ເດັ່ນຖົງມືຄຳໄດ້ແກ່ ກາບຣຽລ ບຣາເຊົາ ຈາກ ບາຊິລ.