GDP ອາເມລິກາໄຕມາດ 3 ປີນີ້ ຂະຫຍາຍຕົວດີເກີນຄາດ

ເສດຖະກິດຂອງອາເມລິກາໃນໄຕມາດທີ 3 ຂອງປີນີ້ ເຊິ່ງສິ້ນສຸດໃນເດືອນກັນຍາຜ່ານມາ ຍັງຮັກສາລະດັບການເຕີບໃຫຍ່ບໍ່ໃຫ້ຕໍ່າກວ່າ 3% ໄດ້ເປັນໄຕມາດທີ 2 ຕິດຕໍ່ກັນ, ເຖິງວ່າຫລາຍພາກສ່ວນໄດ້ຮັບຜົນກະທົບຈາກໄພທຳມະຊາດຮຸນແຮງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 28 ຕຸລາວ່າ: ກະຊວງການຄ້າອາເມລິກາອອກລາຍງານໃນວັນທີ 27 ຕຸລາ ສະຫລຸບສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ 3 ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 3,0% ເມື່ອທຽບໃສ່ແຕ່ລະປີ. ຖືເປັນການເຕີບໃຫຍ່ທີ່ດີເກີນຄວາມຄາດໝາຍຂອງນັກວິເຄາະ ເນື່ອງຈາກຖືວ່າຍັງຮັກສາລະດັບໄດ້ເປັນຢ່າງດີ ຈາກສະຖິຕິການຂະຫຍາຍຕົວຂອງ GDP ໃນໄຕມາດທີ 2 ເຊິ່ງບັນລຸ 3,1%.
ເຖິງຢ່າງໃດກໍຕາມ, ການໃຊ້ຈ່າຍຂອງຜູ້ບໍລິໂພກໃນໄລຍະເວລາດຽວກັນຫລຸດລົງຈາກ 3,3% ໃນໄຕມາດທີ 2 ເຫລືອພຽງ 2,4% ໃນໄຕມາດທີ 3 ເຊິ່ງແນ່ນອນວ່າເປັນຜົນຈາກເຮີລິເຄນຮາວີ ແລະ ເຮີລິເຄນເອີມາທີ່ພັດຖະຫລົ່ມພື້ນທີ່ທາງໃຕ້ຂອງອາເມລິກາໃນໄລຍະເວລາດັ່ງກ່າວ ແລະ ສົ່ງຜົນກະທົບຕໍ່ການຜະລິດນ້ຳມັນຢູ່ບໍລິເວນນັ້ນ ເຊິ່ງເປັນແຫລ່ງສຳຄັນ. ອີກທັງຍັງມີການອົບພະຍົບຄັ້ງໃຫຍ່ຂອງປະຊາຊົນໃນພື້ນທີ່.
U.S. Economy Grew At 3% Pace For 2nd Straight Quarter https://t.co/GobjzRYva3 @BEA_News
— U.S. Commerce Dept. (@CommerceGov) October 27, 2017
ທັງນີ້, ປະທານາທິບໍດີ ໂດນັນ ທຣຳ ກຳນົດເປົ້າໝາຍໃຫ້ GDP ຂອງອາເມລິກາຮັກສາການຂະຫຍາຍຕົວໄວ້ໃນລະດັບ 3% ໃນປີນີ້ ເພື່ອສະໜັບສະໜູນມາດຕະການປະຕິຮູບພາສີເງິນໄດ້ນິຕິບຸກຄົນຄັ້ງໃຫຍ່ ຈາກປັດຈຸບັນ 35% ໃຫ້ຫລຸດລົງມາຢູ່ 20% ແລະ ອັດຕາພາສີເງິນໄດ້ບຸກຄົນທຳມະດາໃຫ້ຫລຸດລົງມາຢູ່ 35% ຈາກ 39,6% ໃນປັດຈຸບັນ ໂດຍຜູ້ນຳອາເມລິກາເຊື່ອວ່າມາດຕະການປະຕິຮູບພາສີຄັ້ງນີ້ອາດໃຊ້ເງິນສູງເຖິງ 6 ຕື້ໂດລາສະຫະລັດ ຈະຊ່ວຍເພີ່ມປະສິດທິພາບດ້ານການແຂ່ງຂັນໃນຕະຫລາດ, ແຕ່ນັກວິເຄາະເຕືອນວ່າ: ບໍ່ມີປະໂຫຍດ ເພາະມີແຕ່ຈະເພີ່ມໜີ້ ແລະ ທາງທີ່ດີຄວນໃຫ້ໄປປະຕິຮູບຕະຫລາດແຮງງານຫລາຍກວ່າ.