ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 4126 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - kitchen vibe - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ

ວັນທີ 11 ກໍລະກົດ 2024 ນີ້, ພາຍຫລັງສຳເລັດພິທີຕ້ອນຮັບ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ສປປ ລາວ ຊຶ່ງເປັນປະເທດທຳອິດ ໃນການເຄື່ອນໄຫວຢ້ຽມຢາມຕ່າງປະເທດ ພາຍຫລັງທີ່ ທ່ານເຂົ້າດຳລົງຕຳແໜ່ງ ປະທານປະເທດ ສສ ຫວຽດນາມ.

ພິທີໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ທີ່ສະພາແຫ່ງຊາດ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ປະທານປະເທດ ແຫ່ງ ສປປ ລາວ ແລ້ວ, ທັງສອງ ປະທານປະເທດ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານ 7 ສະບັບ, ລວມມີສັນຍາລະຫວ່າງລັດຖະບານ 3 ສະບັບຄື:

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ

1. ບົດບັນທຶກຄວາມຊ່ວຍຈໍາ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະ ຜັນຂະຫຍາຍລະບົບການຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວຢູ່ ສປປ ລາວ;

2. ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ;

3. .ສັນຍາແຜນ ການຮ່ວມມື 2024 ລະຫວ່າງ ກະຊວງຍຸຕິທຳ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ.

ສັນຍາພາກທຸລະກິດ ມີ 4 ສະບັບຄື:

1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການບິນພົນລະເຮືອນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ບໍລິສັດຫວຽດເຈັດ;

2. ສັນຍາສໍາປະທານສະບັບດັດແກ້ຂອງໂຄງການເຂື່ອນໄຟຟ້າເຊຂະໝານ 3 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າເຊຂະໝານ 3;

3. ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ບົກຊິດ ແລະ ສ້າງຕັ້ງແຮງງານຜະລິດອາລູມີນາ ຢູ່ເຂດເມືອງດາກຈຶງ ແຂວງເຊກອງ ລະຫວ່າງ ລັດຖະບານລາວ ກັບ ບໍລິສັດ ຫຸ້ນສ່ວນ ກຸ່ມລົງທຶນ ຫວຽດເຟື່ອງ;

4. ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາ ວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດແຮ່ອັງຕີມອນ ລະຫວ່າງ ລັດຖະບານ ລາວ ແລະ ບໍລິສັດ ຫຸ້ນສ່ວນສັນຕິພາບຂຽວ ສສ ຫວຽດນາມ.

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 619610 1024x684 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ

ທັງສອງປະທານປະເທດ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນບີບປຸ່ມໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ທີ່ ສປປ ລາວ ຢ່າງເປັນທາງການ; ເຂົ້າຮ່ວມມີພິທີມອບ-ຮັບ ພາຫະນະລົດໄຟຟ້າຍີ່ຫໍ້ Vinfast 20 ຄັນ ຊຶ່ງເປັນ “ຂອງຂວັນຈາກພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ” ເພື່ອເປັນການປະກອບສ່ວນສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດຜ່ານ ທ່ານ ໂຕ ເລິມ ໄປຍັງ ທ່ານ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ.

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 8841 1024x684 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 4 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 3 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ - 5 - ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນ-ຮ່ວມມືຮອບດ້ານ ແລະ ລົງນາມເອກະສານ 7 ສະບັບ