ເຟເດີເຣີ-ວອດນຽກກີ ຈູງມືກັນໄດ້ແຊ໊ມເຕັນນິສເອທີພີທົວໄຟນໍ ໄປຄອງ

ໂຣເຈີ ເຟເດີເຣີ ອະດີດນັກ ເຕັນນິສມື 1 ຂອງໂລກ ເຖິງ ວ່າຈະອາຍຸ 36 ປີ ແຕ່ກໍຍັງຮັກ ສາຜົນງານໄດ້ຢ່າງດີເດັ່ນຕໍ່ ເນື່ອງ ຫຼ້າສຸດເອົາຊະນະ ມາ ຕິນ ເດລປໍໂຕຣ ໄປໄດ້ 2-1 ເຊັດ 6-7, 6-4, 6-3. ໄດ້ ແຊ໊ມເອທີພີ ທົວ ລາຍການ “ສິວິສ ອິນດອສ” ທີ່ປະເທດ ສະວິດເຊີແລນ ໄດ້ສຳເລັດ ແລະ ການໄດ້ແຊ໊ມຄັ້ງນີ້ ເຮັດ ໃຫ້ໄດ້ແຊ໊ມເອທີພີໃນອາຊີບໄປແລ້ວ 95 ລາຍການ ແຊງໜ້າ ອິວານ ເລນເດິລ ຕຳນານນັກ ເຕັນນິສຄົນ ອາເມຣິກາ ທີ່ໄດ້ ແຊ໊ມ 94 ລາຍການ ຂຶ້ນອັນ ດັບ 2 ຕະຫຼອດການ ຕາມຫຼັງ ຈິມມີ ຄອນເນີ ຕຳນານນັກ ເຕັນນິສຄົນ ອາເມຣິກາ ທີ່ໄດ້ ແຊ໊ມສູງສຸດ 109 ລາຍການ.
ຂະນະທີ່ການແຂ່ງຂັນ ເຕັນນິສ ເອທີພີທົວ ໄຟນໍ 2017 ຍິງດ່ຽວທີ່ ປະເທດສິງ ກະໂປ ຄາໂຣໄລ ວອດນຽກກີ ສາວຈາກ ເດນມາກ ປົດລ໊ອກ ເອົາຊະນະ ວີນັສ ວິລລຽມ ຍອດນັກເຕັນນິສສາວຈາກ ອາເມຣິກາ ເປັນຄັ້ງທຳອິດໃນ ຮອບ 8 ຄົນ ໂດຍໃຊ້ເວລາ 1 ຊົ່ວໂມງ 29 ນາທີ ເອົາຊະນະ ໄປແບບຂາດລອຍ 2-0 ເຊັດ 6-4,6-4. ເຮັດໃຫ້ລາວໄດ້ ແຊ໊ມລາຍການນີ້ເປັນຄັ້ງທຳ ອິດໃນຊີວິດ ພ້ອມກັບເຮັດອັນ ດັບຂຶ້ນມາຢູ່ມື 3 ຂອງໂລກ.
ແຕ່ເຖິງແນວໃດກໍຕາມ ມື 1 ຂອງໂລກ ຫຼັງຈົບປີ 2017 ຍັງຄົງເປັນ ຊິໂມນາ ຮາເລັບ ສາວຈາກ ໂຣມາເນຍ ເຖິງວ່າ ລາວຈະຕົກຮອບທຳອິດໃນ ລາຍການນີ້ກໍຕາມ.