ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ

ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - 1784 - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ
ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - kitchen vibe - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ

ວັນທີ 19 ກໍລະກົດ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍການນຳຫລັກແຫລ່ງ ຂອງນະຄອນຫລວງວຽງຈັນ ແລະ ເມືອງທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ, ທັງຮ່ວມເຄື່ອນໄຫວເຮັດວຽກຢູ່ພື້ນທີ່ຕົວຈິງ ແລະ ຮັບຟັງການພົບປະໂອ້ລົມ ຂອງທ່ານນາຍົກລັດຖະມົນຕີ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງສະພາບ ການພັດທະນາໂຄງການກໍ່ສ້າງ ໂຄງລ່າງພື້ນ ຖານຂອງນະຄອນຫລວງວຽງຈັນ ເປັນຕົ້ນ ໂຄງການກໍ່ສ້າງອາຄານບຳບັດນໍ້າເປື້ອນ ຢູ່ເຂດບ້ານຂາມງອຍ, ເມືອງໄຊເສດຖາ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ ຢູ່ເຂດເມືອງສີສັດຕະນາກ; ໂຄງການກໍ່ສ້າງສະຖານີລົດເມໄຟຟ້າ ແລະ ໂຄງການພັດທະນາສວນປະຕູໄຊ ພາກຂະຫຍາຍ (ເຂດພື້ນທີ່ກະຊວງຍຸຕິທຳຫລັງເກົ່າ). ການໄປຕິດຕາມການພັດທະນາກໍ່ສ້າງ ແຕ່ລະໂຄງການ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບລວມຂອງໂຄງການ, ຄວາມຄືບໜ້າ, ຄາດໝາຍຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ. ຫລັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນຖາມເຈາະຈີ້ມ, ພ້ອມທັງ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ການພັດທະນາດ້ານຕ່າງໆ ໃຫ້ຫລີກລ່ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການພັດທະນາ ຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສຳເລັດຕາມກຳນົດເວລາ, ນໍາໃຊ້ຢ່າງປະຢັດມັດທະຍັດ ແຕ່ເກີດປະໂຫຍດສູງ, ອັນສໍາຄັນ ແມ່ນນຳໃຊ້ວັດຖຸອຸປະກອນ ທີ່ປະເທດເຮົາສາມາດຜະລິດໄດ້ ເປັນທາງເລືອກຕົ້ນຕໍເຂົ້າໃນການກໍ່ສ້າງ ແລະ ພັດທະນາ ບົນພື້ນຖານໃຫ້ ຮັບປະກັນຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ, ມີອາຍຸການນຳໃຊ້ ໄດ້ຍາວນານ ແລະ ຍືນຍົງ.

ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ
ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ

ພາຍຫລັງສຳເລັດການລົງກວດກາເບິ່ງພື້ນທີ່ ການພັດທະນາໂຄງການຕ່າງໆເຫລົ່ານັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ພົບປະໂອ້ລົມ ການນຳຫລັກແຫລ່ງນະຄອນຫລວງວຽງຈັນ ເຊິ່ງກ່ອນອື່ນທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ 2024 ເຫັນວ່າ ທົ່ວນະຄອນຫລວງວຽງຈັນ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ເສດຖະກິດຂະຫຍາຍຕົວ ໃນລະດັບ 5.7%; ການເກັບລາຍຮັບເຂົ້າງົບປະມານໄດ້ 5,029 ຕື້ກວ່າກີບ ເທົ່າກັບ 70,39% ຂອງແຜນການ. ນອກນັ້ນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມອາຊຽນ, ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນນະຄອນຫລວງວຽງຈັນ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫລັກແຫລ່ງນະ ຄອນຫລວງວຽງຈັນ ເອົາໃຈໃສ່ວຽກງານຕື່ມບາງດ້ານ ເປັນຕົ້ນ ພ້ອມກັນສຸມໃສ່ປະຕິບັດບັນດາວຽກຈຸດສຸມ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ແຂງແຮງ, ເລິກເຊິ່ງ, ເປັນເອກະພາບ ແລະ ມີການຫັນປ່ຽນ ດີຂຶ້ນຢ່າງຈະແຈ້ງ ໂດຍສະເພາະ ການສ້າງຖານການຜະລິດ, ທຸລະກິດ, ການບໍລິການ ແລະ ການສ້າງຄວາມເຂັ້ມແຂງຂອງການເກັບລາຍຮັບ; ແກ້ໄຂການຮົ່ວໄຫລຂອງການຈັດເກັບງົບປະມານ, ແກ້ທັງກົນໄກ-ລະບຽບການ, ຂອດການຈັດຕັ້ງ ແລະ ບຸກຄະລາກອນ; ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍ ແລະ ດຳເນີນມາດຕະການປະຢັດມັດທະຍັດ (ປະຢັດຕົ້ນທຶນ, ບໍ່ໃຊ້ຈ່າຍຟູມເຟືອຍ, ສົ່ງເສີມການນຳໃຊ້ລົດໄຟຟ້າ, ຈຳກັດການນຳເຂົ້າລົດຫລູລາຄາແພງ-ລົດໃຊ້ນໍ້າມັນ, ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນ….);​ ແກ້ໄຂບັນຫາເງິນຕາ ໂດຍປຸກລະດົມສັງຄົມໃຊ້ເງິນກີບ, ອໍານວຍຄວາມສະດວກ ການຊໍາລະສະສາງ ຮອດປະຊາຊົນ, ຄຸ້ມຄອງການຊໍາລະສະສາງ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ, ຈຳກັດການນຳເງິນຕາ ອອກໄປນຳໃຊ້ຢູ່ຕ່າງປະເທດ; ຄຸ້ມຄອງລາຄາສິນຄ້າ ໂດຍຄິດໄລ່ລາຄາສົມທຽບຕົ້ນທຶນການຜະລິດ ແລ້ວກຳນົດລາຄາທີ່ສົມເຫດສົມຜົນ, ຫລີກລ່ຽງການເອົາປຽບ ຫລື ເກງກໍາໄລສູງເກີນໄປ; ສົ່ງເສີມການຜະລິດຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ຜະ ລິດເປັນສິນຄ້າໃຫ້ຫລາຍ, ເປັນຂະບວນການພົ້ນເດັ່ນ; ປັບປຸງລັດວິສາຫະກິດ ທີ່ຢູ່ໃຕ້ການຄຸ້ມຄອງຂອງນະຄອນຫລວງວຽງຈັນ ໃຫ້ສຳເລັດໄວ ແລະ ຮັບປະກັນປະສິດທິຜົນສູງ; ເອົາໃຈໃສ່ກະກຽມ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃຫ້ດີ ໂດຍສະເພາະ ການປັບປຸງໂຄງລ່າງພື້ນຖານ ລະບົບເສັ້ນທາງ, ໄຟຟ້າ, ນໍ້າໃຊ້, ທີ່ພັກຂອງແຂກ ແລະ ອື່ນໆ ບົນພື້ນຖານເຮັດໃຫ້ນະຄອນຫລວງວຽງຈັນ ຮັບປະກັນໄດ້ຄວາມສະຫງົບ-ປອດໄພ, ສະອາດຈົບງາມ, ສະດວກສະບາຍ, ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ. ພ້ອມກັນນີ້, ກໍໃຫ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງຕ່າງໆ ທີ່ຕິດພັນກັບ ໂຄງການເສັ້ນທາງລົດໄຟລາວ-ຈີນ, ໂຄງການບຳບັດນໍ້າເປື້ອນ, ໂຄງການສະຖານີລົດເມໄຟຟ້າ…. ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດໂດຍໄວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - 3 - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ
ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - 5 - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ
ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ - 4 - ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ນະຄອນຫລວງວຽງຈັນ