ສະຖານທູດອິນເດຍສະຫລອງວັນປະກາດເອກະລາດຄົບຮອບ 70 ປີ ແລະ ຄູ່ຮ່ວມເຈລະຈາອາຊຽນ-ອິນເດຍຄົບຮອບ 25 ປີ

ເມື່ອທ້າຍອາທິດຜ່ານມາ, ສະຖານທູດອິນເດຍປະຈໍາລາວໄດ້ຈັດງານສະເຫຼີມສະຫລອງ ວັນປະກາດເອກະລາດແຫ່ງສາທາລະນະລັດອິນເດຍ ຄົບຮອບ 70 ປີ ແລະ ຄູ່ຮ່ວມເຈລະຈາອາ ຊຽນ- ອິນເດຍຄົບຮອບ 25 ປີ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຕຽມ ພິດສະໄໝ ປະທານ ສະມາຄົມມິດຕະພາບລາວ- ອິນເດຍ.
+ ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ
+ ອິນເດຍວາງສີລາລືກໂຄງການ ລົດໄຟຫົວກະສຸນເສັ້ນທຳອິດ
ໃນໂອກາດດັ່ງກ່າວທ່ານ ຣາວີຊັງກາ ໄອໂຊລາ ເອກອັກ ຄະລັດຖະທູດ ອິນເດຍປະຈໍາ ລາວ ໄດ້ມີຄໍາເຫັນວ່າ: ຕະຫຼອດ ໄລຍະ 70 ປີຜ່ານມາ, ອິນເດຍມີ ຄວາມກ້າວໜ້າໃນຫຼາຍຂອບ ເຂດ ເຊັ່ນ: ອຸດສາຫະກໍາ, ວິທະ ຍາສາດ, ເຕັກໂນໂລຊີ ຕະຫຼອດ ເຖິງການ ສຶກສາ ແລະ ອື່ນໆ ໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ ແລະ ກະໂດດຂັ້ນ, ມາເຖິງ ປັດຈຸບັນຖືວ່າເປັນປະເທດໜຶ່ງທີ່ ມີເສດຖະກິດລໍ້າໜ້າ ແລະ ເຕີບ ໃຫຍ່ສະເລ່ຍ 7% ຕໍ່ປີ. ນອກ ນັ້ນຍັງ ເປັນປີທີອາຊຽນ-ອິນເດຍ ມີ ສາຍພົວພັນຄົບຮອບ 50 ປີ, ຄູ່ຮ່ວມ ເຈລະຈາ ຄົບຮອບ 25 ປີ, ການເປັນຄູ່ຮ່ວມກອງ ປະ ຊຸມ ສຸດຍອດ ຄົບຮອບ 15 ປີ ແລະ ການເປັນຄູ່ ຮ່ວມຍຸດທະສາດ ຄົບຮອບ 5 ປີ.
ທ່ານເອກອັກຄະລັດຖະ ທູດ ໃຫ້ຮູ້ອີກວ່າ: ອາຊຽນຖືກ ຈັດ ເປັນຄູ່ຮ່ວມການຄ້າພາຄີໃຫຍ່ ອັນດັບທີ 4 ຂອງອິນເດຍ, ເຊິ່ງ ມີດຸນ ການຄ້າໃນແຕ່ລະປີ ສະເລ່ຍ ປະມານ 70 ກວ່າຕື້ໂດລາ ສະຫະ ລັດ, ການລົງທຶນຂອງບັນດາປະ ເທດອາຊຽນກວມເອົາ 12,5% ຈາກການລົງທຶນຕ່າງປະເທດ ທັງໝົດໃນອິນເດຍນັບແຕ່ປີ 2000 ເປັນຕົ້ນມາ, ເຊິ່ງໃນນັ້ນ ການລົງທຶນຕ່າງປະເທດໂດຍ ກົງເຂົ້າອິນເດຍແຕ່ປີ 2000-2016 ສະເລ່ຍໄດ້ 50 ລ້ານ ໂດ ລາສະຫະລັດ, ສ່ວນອັດຕາການ ລົງທຶນຂອງອິນເດຍໃນອາຊຽນສະເລ່ຍໄດ້ 39 ລ້ານ ໂດລາສະ ຫະລັດ ແຕ່ປີ 2007-2015 ແລະ ວຽກງານການຄ້າເສລີ ໄດ້ນໍາສະເໜີເຂົ້າໃນ ຂໍ້ຕົກລົງ ລະຫວ່າງອາຊຽນ-ອິນເດຍ ກ່ຽວກັບການບໍລິການ ແລະ ລົງ ທຶນ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ກໍ ລະກົດ 2015 ເປັນຕົ້ນມາ, ສະ ພາທຸລະກິດອາຊຽນ-ອິນເດຍ ໄດ້ສ້າງຂຶ້ນໃນປີ 2003 ທີ່ກົວລາ ລໍາເປີ ປະເທດມາເລເຊຍ, ເຊິ່ງ ປຽບເໝືອນກຸນແຈຫຼັກໃນການ ເຊື່ອມໂຍງພາກທຸລະກິດເອກະ ຊົນຈາກບັນດາປະເທດອາຊຽນ-ອິນເດຍໃຫ້ລວມເຂົ້າກັນ ແລະ ເດີມຕາມທິດຊີ້ນໍາ ແລະ ສະໜັບ ສະໜູນຂອງສະຖານທູດອິນ ເດຍ ປະຈໍາລາວ. ສາຍພົວພັນລະ ຫວ່າງອາຊຽນ-ອິນເດຍ ຖືວ່າ ເປັນຍຸດທະສາດແຫ່ງບຸລິມະສິດທໍາອິດສໍາລັບອິນເດຍເນື່ອງຈາກວ່າມີຄວາມໝາຍສໍາຄັນຫຼາຍຕໍ່ ບັນດາປະເທດອາຊຽນ.