ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ

ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ - 4482116 1377799175 - ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ
ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ - kitchen vibe - ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ

     ເຈົ້າໜ້າທີ່ກະຊວງສຶກສາທິການປາກິດສະຖານ ກ່າວວ່າ: ມື້ພັກລະດູຮ້ອນຂອງໂຮງຮຽນທາງຕອນໃຕ້ຂອງປະເທດຈະຂະຫຍາຍອອກໄປອີກ 2 ອາທິດ ເນື່ອງຈາກອຸນຫະພູມສູງ ເຊິ່ງສົ່ງຜົນກະທົບຕໍ່ໂຮງຮຽນຫລາຍກວ່າ 100,000 ແຫ່ງ.

     ວັນທີ 25 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປາກິດສະຖານມີຄວາມສ່ຽງເພີ່ມຂຶ້ນຕໍ່ສະພາບອາກາດສຸດຂົ້ວ ເປັນຜົນມາຈາກການປ່ຽນແປງສະພາບອາກາດ ບໍ່ວ່າຈະເປັນຄື້ນຄວາມຮ້ອນທີ່ຮ້ອນກວ່າເກົ່າ ແລະ ເກີດຂຶ້ນເລື້ອຍໆ ລວມທັງມໍລະສຸມທີ່ໜັກ ແລະ ຍາວນານຍິ່ງຂຶ້ນ.

ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ - Visit Laos Visit SALANA BOUTIQUE HOTEL - ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ

     ປາກິດສະຖານຜະເຊີນຄື້ນຄວາມຮ້ອນຫລາຍຮອບໃນເດືອນພຶດສະພາ-ມິຖຸນາຜ່ານມາ ໂດຍໃນຫລາຍພື້ນທີ່ຂອງແຄວ້ນສິນ ມີອຸນຫະພູມສູງກວ່າ 50 ອົງສາ. ຂະນະທີ່ທາງການໃນແຄວ້ນປັນຈາບ ເຊິ່ງເປັນແຄວ້ນທີ່ມີປະຊາກອນຫລາຍທີ່ສຸດຂອງປະເທດ ເລີ່ມມື້ພັກລະດູຮ້ອນໃນເດືອນພຶດສະພາໄວກວ່າເກົ່າ 1 ອາທິດ ເພື່ອປົກປ້ອງເດັກຈາກອາການທີ່ຮ້ອນອົບເອົ້າ.

      ເຖິງວ່າປາກິດສະຖານມີສ່ວນໃນການປ່ອຍແກັສເຮືອນແກ້ວທົ່ວໂລກໜ້ອຍກວ່າ 1%, ແຕ່ໃນໄລຍະບໍ່ເທົ່າໃດປີຜ່ານມາ ປະເທດປະສົບໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮຸນແຮງ ເນື່ອງຈາກຮູບແບບສະພາບອາກາດປ່ຽນແປງໄປ.

      ທັງນີ້, ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັບ) ລະບຸວ່າ: ເດັກຫລາຍກວ່າ 75% ໃນພາກພື້ນອາຊີໃຕ້ ຫລື ປະມານ 460 ລ້ານຄົນ ຜະເຊີນອຸນຫະພູມສູງກວ່າ 35% ເປັນເວລາຢ່າງໜ້ອຍ 83 ວັນຕໍ່ປີ.

ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ - 3 - ປາກິດສະຖານຂະຫຍາຍເວລາປິດໂຮງຮຽນ 100,000 ກວ່າແຫ່ງ ເນື່ອງຈາກອາກາດຮ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!