ສະຖານນີລົດຂົນສົ່ງສາຍເໜືອຢືນຢັນປີໃໝ່ຈະບໍ່ສວຍໂອກາດຂຶ້ນລາຄາໂດຍສານຢ່າງເດັດຂາດ
ປີໃໝ່ລາວປີນີ້ເຫັນວ່າມີວັນພັກແກ່ຍາວຫລາຍວັນ, ໂດຍເລີ່ມແຕ່ວັນທີ 13-17 ເມສາ, ຊຶ່ງຫລາຍຄົນອາດຖືໂອກາດດັ່ງກ່າວເດີນທາງໄປຢ້ຽມຢາມພໍ່ແມ່ພີ່ນ້ອງ ແລະ ສະເຫລີມສະຫລອງບຸນປີໃໝ່ຢູ່ບ້ານເກີດເມືອງນອນຂອງໃຜລາວ, ໃນການເດີນທາງ ກໍອາດຈະແມ່ນລົດໂດຍສານເປັນສ່ວນຫລາຍ, ແຕ່ສັງຄົມກໍຍັງມີຄວາມເປັນຫວ່ງຢ້ານ ສະພາບເຕັກນິກຂອງລົດທີ່ບໍ່ຮັບປະກັນ ແລະ ບັນຫາສຸຂະພາບຂອງຄົນຂັບລົດໂດຍສານບໍ່ພ້ອມ.
ຕໍ່ບັນຫາທ່ານນາງ ຈິດປະສົງ ຫລວງເດດມີໄຊ ປະທານສະຖານີລົດຂົນສົ່ງໂດຍສານສາຍເໜືອ ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາ ໃນວັນທີ 4 ເມສານີ້ວ່າ: ໃນໂອກາດບຸນປີໃໝ່ລາວທີ່ຈະມາເຖິງນີ້, ທາງສະຖານີຂອງພວກເຮົາໄດ້ມີການກະກຽມລົດໂດຍສານຢ່າງຮັບປະກັນໄວ້ຈຳນວນຫລາຍ ເພື່ອສາມາດຕອບສະໜອງໃຫ້ມີຄວາມພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ລົດທຸກຄັນຈະຕ້ອງໄດ້ເອົາໃຈໃສ່ກວດກາເຕັກນິກສະພາບລົດໃຫ້ດີທີ່ສຸດ ພ້ອມມີການສຶກສາອົບຮົມພະນັກງານຂັບລົດແຕ່ລະສາຍທາງໃຫ້ມີຄວາມພ້ອມໃນທຸກດ້ານ ເພື່ອໃຫ້ການເດີນທາງຂອງຜູ້ໂດຍສານມີຄວາມປອດໄພ.
ທ່ານນາງ ຈິດປະສົງ ກ່າວວ່າ: ສຳລັບສະຖານີໂດຍສານ ພວກເຮົາແມ່ນຈະບໍ່ອະນຸຍາດໃຫ້ຂຶ້ນຄ່າໂດຍສານແບບບໍ່ເປັນທາງການຢ່າງເດັດຂາດ. ແຕ່ເຖິງຢ່າງໃດກໍຂໍເຕືອນໃຫ້ກັບຜູ້ໂດຍສານທຸກຄົນຈົ່ງມີສະຕິມາຊື້ປີ້ ແລະ ຂຶ້ນລົດຢູ່ທີ່ສະຖານີໂດຍກົງ, ພ້ອມທັງສັງເກດເບິ່ງປີ້ຂອງຕົນ ແລະ ໝາຍເລກທະບຽນລົດກ່ອນຈະຂຶ້ນລົດທຸກຄັ້ງ, ທັງນີ້ ກໍເພື່ອຄວາມປອດໄພດ ຄວາມເປັນລະບຽບຮຽບຮ້ອຍ ສ່ວນລາຄາປີ້ລົດໂດຍສານແຕ່ລະສາຍນັ້ນ ພວກເຮົາໄດ້ຕິດໄວ້ດ້ານເທິງຂອງແຕ່ລະຊອ່ງບໍລິການຂາຍປີ້ ເພື່ອຄວາມກະຈ່າງແຈ້ງແລ້ວ, ຖ້າທ່ານໃດຊື້ປີ້ໃນລາຄາທີ່ເກີນກວ່າຕົວຈິງນັ້ນ ແມ່ນໃຫ້ແຈ້ງຕໍ່ຫ້ອງການສະຖານີຂົນສົ່ງໂດຍສານໄດ້ທຸກເວລາ.
ທ່ານປະທານ ກ່າວຕື່ມວ່າ: ຕໍ່ກໍລະນີຜູ້ໂດຍສານບາງຄົນອອກລັດລົດຢູ່ແຄມທາງ, ນອກເຂດສະຖານີນັ້ນ ແມ່ນພວກເຮົາຈະບໍ່ມີຄວາມຮັບຜິດຊອບໃນກໍລະນີນັ່ງຕັ່ງເສີມ ເພາະສະຖານີໄດ້ມີລະບຽບການວາງອອກເທົ່ານັ້ນຄື: ຕ້ອງໄດ້ຂຶ້ນລົດຢູ່ສະຖານີໂດຍກົງເທົ່ານັ້ນ ເພື່ອຫລີກລ້ຽງບັນຫາການເອົາລັດເອົາປຽບຈາກຄົນຂັບລົດໂດຍສານ, ຊຶ່ງບັນຫານີ້ມັນເປັນຢູ່ນອກເຂດການຄຸ້ມຄອງຂອງສະຖານີ, ຊຶ່ງອາດຈະເຮັດໃຫ້ມີຊ່ອງຫວ່າງໃນການປະພຶດສິ່ງບໍ່ດີຂອງຜູ້ຂັບລົດກໍເປັນໄດ້ ແລະ ບາງສາຍທາງຫລັກເຊັ່ນ: ວຽງຈັນ-ວັງວຽງ, ວຽງຈັນ-ທ່າລາດ, ວຽງຈັນ-ຫລວງພະບາງ ແລະ ອື່ນໆ, ທາງສະຖານີຂົນສົ່ງ ໄດ້ມີການເພີ່ມຈຳນວນລົດໂດຍສານຂຶ້ນຕື່ມເທົ່າຕົວ ເພື່ອຮອງຮັບຜູ້ໂດຍສານທີ່ອາດຈະເພີ່ມຂຶ້ນໃຫ້ພຽງພໍ.