ຈັບຜູ້ຄ້າ-ຂາຍຢາເສບຕິດ ພ້ອມຢຶດຂອງກາງຈຳນວນຫລາຍມາສືບສວນດຳເນີນຄະດີ
ເຈົ້າໜ້າທີ່ວິຊາສະເພາະ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ລາຍງານວ່າ: ວັນທີ 21 ກໍລະກົດ 2024 ເຈົ້າໜ້າທີ່ໄດ້ອອກເຄື່ອນໄຫວ ລາດຕະເວນຢູ່ຂອບເຂດເມືອງຄຳເກີດ, ແຂວງບໍລິຄຳໄຊ ພົບເຫັນລົດເກັງ ສີຂາວ ໝາຍເລກທະບຽນ ກຮ 1606 ກໍາແພງນະຄອນ, ເປັນລົດເປົ້າໝາຍສົງໄສ ແລ່ນຢູ່ຕາມເສັ້ນທາງເຂດບ້ານຫ້ວຍແກ້ວ, ເມືອງຄໍາເກີດ ຈຶ່ງໄດ້ສະກັດລົດໃຫ້ຈອດ ແລະ ເຂົ້າກວດກາພາຍພາຍໃນລົດຄັນດັ່ງກ່າວ, ຈາກການກວດຄົ້ນພົບເຫັນຂອງກາງເປັນຢາເສບຕິດ ປະເພດຢາຢາໄອສ໌ 106 ຫໍ່, ນ້ຳໜັກ 110 ກິໂລກຣາມ, ເຮໂຣອິນ 99 ແຫ່ງ ນໍ້າໜັກ 37 ກິໂລເຄິ່ງ ແລະ ຢາອີ 47 ຫໍ່, ໜັກ 61 ກິໂລກຣາມ ທີ່ຊຸກເຊື່ອໄວ້ຢູ່ຫ້ອງຂັບ ແລະ ກະໂປງທາງຫລັງລົດ; ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງກັກຕົວຜູ້ກ່ຽວ ມາສືບສວນ-ສອບສວນ ແລະ ຮູ້ວ່າ ຊື່ ທ້າວ ວື່ມົວ ວື່, ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ, ເມືອງຄຳເກີດ, ແຂວງບໍລິຄໍາໄຊ, ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ນີ້ແມ່ນສືບເນື່ອງມາຈາກ ຕົ້ນເດືອນມີນາ 2024 ໄດ້ຮັບແຈ້ງຈາກພົນລະເມືອງດີວ່າມີກຸ່ມຄົນຈຳນວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດຈໍານວນຫລາຍ ຢູ່ຕາມຊາຍແດນລາວ-ຫວຽດນາມ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງປະສານສົມທົບກັບເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຮ່າຕິງ ສສ ຫວຽດນາມ ລົງກວດກາ, ຕິດຕາມເປົ້າໝາຍສົງໄສ ຈົນສາມາດຮູ້ໄດ້ການເຄື່ອນໄຫວ ແລະ ພົບເຫັນ ກຸ່ມເປົ້າໝາຍດັ່ງກ່າວທີ່ພວມຈະຂົນສົ່ງຢາເສບຕິດອອກໄປຂາຍຢູ່ຕ່າງປະເທດ ໂດຍອາໄສຂົນສົ່ງຜ່ານເສັ້ນທາງຫລວງອອກສູ່ຊາຍແດນປະເທດ ສສ ຫວຽດນາມ.